3 ປັດໄຈທີ່ສ້າງໃຫ້ທຸລະກິດມີຄວາມຍືນຍົງ
3 ປັດໄຈທີ່ສ້າງໃຫ້ທຸລະກິດມີຄວາມຍືນຍົງ
04 April, 2022
Share now
ໃນໂລກແຫ່ງການແຂ່ງຂັນທາງເສດຖະກິດ, ບັນດາຫົວໜ່ວຍທຸລະກິດນ້ອຍ ຫຼື ​ໃຫຍ່ ຕ່າງກໍໄດ້ມີການໝູນໃຊ້ ກົນລະຍຸດສະ​ເພາະ​ຂອງ​ຕົນ ເພື່ອປັບໃຊ້ເຂົ້າສູ່ການແຂ່ງຂັນໃນທ້ອງຕະຫຼາດ ເຊິ່ງໜຶ່ງໃນກົນລະຍຸດທີ່ສຳຄັນໃນການສ້າງທຸລະກິດໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງນັ້ນກໍຄື: ຫຼັກການ “Triple Bottom Lines”

ກົນລະຍຸດ Triple Bottom Lines ແມ່ນຫຼັກການໜຶ່ງທີ່ໄດ້ຮັບການຄົ້ນຄວ້າໂດຍ John Elkington ເມື່ອປິ 1994 ໂດຍຫຼັກການດັ່ງກ່າວແມ່ນມີອົງປະກອບຫຼັກຢູ່ 3 ສ່ວນຄື: People, Planet and Profit ຫຼື ຜູ້ຄົນ, ສະພາບແວດລ້ອມ ແລະ ຜົນກຳໄລ. ຈຸດປະສົງຫຼັກຂອງກົນລະຍຸດດັ່ງກ່າວແມ່ນສະທ້ອນເຖິງຄວາມຍືນຍົງຂອງໂລກທຸລະກິດໃນອະນາຄົດ ເນື່ອງຈາກກົນລະຍຸດນີ້ໄດ້ໃຫ້ມຸມມອງຂອງທຸລະກິດທີ່ບໍ່ໄດ້ເນັ້ນໜັກໃສ່ຜົນກຳໄລຢ່າງດຽວ. ໃນຂະນະດຽວກັນ, ກໍໄດ້ຄໍານຶງເຖິງວັດທະນະທໍາລວມຂອງການເຮັດທຸລະກິດເປັນຕົ້ນແມ່ນ: ຊັບພະຍາກອນມະນຸດທີ່ປະກອບມີ: ຜູ້ບໍລິໂພກ, ພະນັກງານ ແລະ ແຮງງານ. ຍິ່ງໄປກວ່ານັ້ນ, ສະພາບແວດລ້ອມກໍເປັນອີກປັດໄຈໃນການຕັດສິນຄວາມຍືນຍົງຂອງທຸລະກິດ ເພາະຕ້ອງໄດ້ຄຳນຶງເຖິງແຫຼ່ງວັດຖຸດິບ, ຜົນກະທົບຈາກການຜະລິດ ແລະ ປັດໄຈອື່ນໆ. ສຳລັບລາຍລະອຽດຂອງແຕ່ລະອົງປະກອບຍ່ອຍແມ່ນມີດັ່ງຕໍ່ໄປນີ້: People (ຜູ້ຄົນ): ການດຳເນີນທຸລະກິດຕ້ອງໃຫ້ຜົນປະໂຫຍດທີ່ສ້າງສັນ ແລະ ເປັນທຳຕໍ່ກັບຄູ່ຄ້າ, ຜູ້ບໍລິໂພກ, ແຮງງານ, ຊຸມຊົນ ແລະ ກຸ່ມຄົນອື່ນໆ ອັນໄດ້ແກ່: ຄ່າຈ້າງແຮງງານ ແລະ ລາຄາສິນຄ້າທີ່ສົມເຫດສົມຜົນ, ການບໍລິການທີ່ໂປ່ງໃສ, ການພັດທະນາທັກສະ ແລະ ຝິມືແຮງງານຂອງລູກຈ້າງ ທັ້ງນີ້ກໍເພື່ອໃຫ້ເກີດສາຍພົວພັນກັນໃນໄລຍະຍາວ ແລະ ມີລັກສະນະທີ່ຍືນຍົງ. Planet (ໂລກ ຫຼື ສະພາບແວດລ້ອມ): ທຸລະກິດທີ່ຍືນຍົງຕ້ອງຄຳນຶງເຖິງການຫຼຸດຜ່ອນຜົນກະທົບທາງສີ່ງແວດລ້ອມເຊັ່ນ: ໝູນໃຊ້ວັດຖຸດິບປະ​ເພດ Recycle, ຫຼີກລ່ຽງການນໍາໃຊ້ສານເຄມີ, ​ຫຼຸ​ດຜ່ອນ​ການ​ຜະລິດ​ສິ່ງ​ເສດ​ເຫຼືອ ​ແລະ ອື່ນໆ. Profit (ຜົນກຳໄລ) ໜຶ່ງໃນໝາກຜົນທີ່ສຳຄັນຂອງການດຳເນີນທຸລະກິດກໍຄື "ກຳໄລ" ແຕ່ການສ້າງຜົນກຳໄລທີ່ເປັນເມັດເງິນກໍຕ້ອງທຽບຕາມສະພາບຄວາມເປັນຈິງຂອງເສດຖະກິດ ປະກອບກັບ ການສ້າງຄວາມສົມດຸນລະຫວ່າງຕົ້ນທຶນ, ຄ່າທຳນຽມຕ່າງໆ ແລະ ກຳໄລ ເພື່ອໃຫ້ລາຄາຂອງສິນຄ້າສາມາດຕອບໂຈດທຸກກຸ່ມເປົ້າໝາຍ.

ອ້າງອີງ: - https://www.techtarget.com/.../def.../triple-bottom-line-3BLhttps://www.economist.com/news/2009/11/17/triple-bottom-linehttps://www.forbes.com/.../what-the-3ps-of-the-triple.../...https://greedisgoods.com/triple-bottom-line-%E0%B8%84%E0.../ 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.