ພວກເຮົາມາເບິ່ງລາຍລະອຽດເພີ່ມຕື່ມນຳກັນຂ້າງລຸ່ມນີ້: ການປ່ອຍອາຍຄາບອນສູງ ອຸດສາຫະກໍາ Fast Fashion ມີການປ່ອຍອາຍພິດຄາບອນສູງຫຼາຍ ໃນປັດຈຸບັນ, Fast Fashion ກວມເອົາປະມານ 10% ຂອງການປ່ອຍອາຍພິດເຮືອນແກ້ວທີ່ກ່ຽວຂ້ອງກັບກິດຈະກໍາຂອງມະນຸດ. ນັບຕັ້ງແຕ່ການຈັດຊື້ວັດຖຸດິບ ກັບການຜະລິດເຄື່ອງນຸ່ງຫົ່ມ ແລະ ສົ່ງໃຫ້ຜູ້ບໍລິໂພກ, ໃນປີ 2018, ອຸດສາຫະກໍາແຜ່ນແພພຽງຢ່າງດຽວ ມີ CO2 ເຖິງ 1.2 ຕື້ໂຕນຂຶ້ນສູ່ບັນຍາກາດໃນແຕ່ລະປີ. ເທົ່າກັບການນໍາໃຊ້ນ້ໍາມັນ 2,778,253,682 ບາເຣນ! ການນຳໃຊ້ນໍ້າຢ່າງສິ້ນເປືອງ ອາດຈະບໍ່ແມ່ນບັນຫາຫຼັກທີ່ເຫັນໄດ້ຢ່າງຊັດເຈນ, ແຕ່ການນຳໃຊ້ນ້ຳຢ່າງສິ້ນເປືອງຖືເປັນອີກບັນຫາໃຫຍ່ໃນອຸດສາຫະກໍາແຟຊັ່ນ. ໂຕເລກການນຳໃຊ້ນ້ໍາຂອງອຸດສາຫະກຳ Fast Fashion ແມ່ນຂ້ອນຂ້າງຫນ້າຕົກໃຈ. ຕົວຢ່າງ ການຜະລິດໂສ້ງຢີນໜຶ່ງຜືນໃຊ້ນ້ຳເຖິງ 3.781 ລິດເພື່ອຜະລິດ. ນີ້ໄດ້ປະກອບສ່ວນໃຫ້ຕົວເລກການຊົມໃຊ້ນ້ຳປະຈໍາປີສູງຂຶ້ນ, ຍົກຕົວຢ່າງໃນປີ 2017, ອຸດສາຫະກຳແຟຊັນໄດ້ນຳໃຊ້ນ້ຳເຖິງ 79 ຕື້ລິດ! ມົນລະພິດທາງນໍ້າ ແລະ ໄມໂຄໄຟເບີ Fast Fashion ຍັງເປັນອີກອຸດສາຫະກຳທີ່ເຮັດໃຫ້ນ້ໍາເປື້ອນ ແລະ ສາມາດເກີດຂື້ນໄດ້ຈາກຫຼາຍວິທີ, ຕົວຢ່າງເຊັ່ນ, ເຄື່ອງນຸ່ງໃຍສັງເຄາະແມ່ນສ່ວນຫນຶ່ງທີ່ສໍາຄັນຂອງອຸດສາຫະກໍາແຟຊັ່ນໄວນີ້. ມັນເຮັດໃຫ້ເກີດບັນຫາຫຼາຍຢ່າງ ຫນຶ່ງໃນນັ້ນແມ່ນ ໄມໂຄໄຟເບີ. ໄມໂຄໄຟເບີ ແມ່ນເສັ້ນໃຍປລາສຕິກທີ່ອອກມາຈາກເຄື່ອງນຸ່ງ ເມື່ອມີການຊັກລ້າງເຊິ່ງ ໂດຍທົ່ວໄປເອີ້ນວ່າ “ໄມໂຄປລາສຕິກ” ການສູນເສຍຊັບພະຍາກອນ ອຸດສາຫະກໍາ Fast Fashion ໄດ້ນຳໃຊ້ຊັບພະຍາກອນຈຳນວນມະຫາສານ, ແລະ ຮ້າຍແຮງຂຶ້ນເນື່ອງຈາກສິ່ງເສດເຫຼືອທີ່ມີຈຳນວນຫຼວງຫຼາຍ; ໃນແຕ່ລະປີ, ອຸດສາຫະກໍາແຟຊັ່ນໄວສ້າງຂີ້ເຫຍື້ອ 92 ລ້ານໂຕນຍ້ອນວ່າເຄື່ອງນຸ່ງຫົ່ມຈໍານວນຫຼາຍໄດ້ຖືກຜະລິດຈາກຂະບວນການສັງເຄາະ. ສະນັ້ນມັນຈະບໍ່ຍ່ອຍສະຫຼາຍເມື່ອຖືກສົ່ງໄປບ່ອນຖິ້ມຂີ້ເຫຍື້ອ. ການນໍາໃຊ້ທີ່ດິນຢ່າງກວ້າງຂວາງ ບາງຄັ້ງພວກເຮົາລືມວ່າອຸດສາຫະກໍາ Fast Fashion ຕ້ອງນຳໃຊ້ທີ່ດິນເປັນຈຳນວນຫຼາຍ; ວັດສະດຸທີ່ໃຊ້ທົ່ວໄປໃນການຜະລິດເຄື່ອງນຸ່ງຫົ່ມ, ເຊັ່ນ: ຝ້າຍ, ຢາງພາລາ, ຫນັງ, ແລະຂົນສັດ, ທັງຫມົດນີ້ລ້ວນຕ້ອງການທີ່ດິນເພື່ອປູກພືດແລະ ລ້ຽງສັດທີ່ກ່ຽວຂ້ອງ. ສະພາບແຮງງານທີ່ທຸກຍາກ ບັນຫາ Fast Fashion ເປັນທີ່ຮູ້ຈັກຢ່າງກວ້າງຂວາງຄືເງື່ອນໄຂສະພາບການເຮັດວຽກທີ່ບໍ່ປອດໄພແລະບໍ່ຍຸຕິທໍາທີ່ຄົນງານຫຼາຍຄົນພົບເຈີ ເນື່ອງຈາກວ່າຕ້ອງການຫຼຸດຕົ້ນທຶນຂອງ ສິນຄ້າ ແລະ ການຜະລິດຈຳນວນທີ່ຫຼວງຫຼາຍເຊິ່ງຖືເປັນອີກເຫດຜົນຫຼັກທີ່ເຮັດໃຫ້ບັນຫາດັ່ງກ່າວເກີດຂຶ້ນ ແລະ ອົງກອນທີ່ເຮັດວຽກເພືອປຸກລະດົມໄດ້ສະຫຼຸບບັນຫາດັ່ງກ່າວ ວ່າ, " poverty pay, long working hours and denial of trade union rights.” ເຊິ່ງກໍ່ໝາຍຄວາມວ່າ “ຄ່າແຮງຄວາມຍາກຈົນ ຊົ່ວໂມງການເຮັດວຽກທີ່ດົນນານ ແລະ ການປະຕິເສດສິດທິຂອງສະຫາພາບແຮງງານ” ແຫຼ່ງຂໍ້ມູນຈາກ: - https://www.checinternational.org/the-ultimate-guide-to... - https://www.youtube.com/watch?v=buWRaffBdNM&t=90s