ເລີ່ມແລ້ວບໍ່ມີການໃຊ້ປລາສຕິກໃນອົງຄະນະພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເລີ່ມແລ້ວບໍ່ມີການໃຊ້ປລາສຕິກໃນອົງຄະນະພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
22 December, 2021
Share now
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 21 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ6) ໃຫ້ກຽດເປັນປະທານໂດຍສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ເປັນກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ.

♻️ ກອງປະຊຸມຄັ້ງນີ້ ນອກຈາກຈະເປັນການສ້າງຄວາມເຂັ້ມແຂງໃຫ້ວຽກງານຂອງທາງກະຊວງໃນຕໍ່ໜ້າກໍຄືການສືບຕໍ່ຄຸ້ມຄອງສິ່ງແວດລ້ອມໃຫ້ມີປະສິດພາບສູງຂຶ້ນແລ້ວ, ສັງເກດໄດ້ວ່າໃນກອງປະຊຸມແມ່ນເລີ່ມມີການປະຕິບັດການຈັດກອງປະຊຸມທີ່ປາສະຈາກການນຳໃຊ້ປລາສຕິກ, ໂດຍຫຼັກໆແມ່ນຫັນປ່ຽນການນຳໃຊ້ຕຸກດື່ມນໍ້າປລາສຕິກແບບນຳໃຊ້ເທື່ອດຽວ ເປັນການນຳໃຊ້ພາຊະນະທີ່ຍືນຍົງຂຶ້ນ ແລະ ປາສະຈາກການສ້າງຂີ້ເຫຍື້ອປລາສຕິກ ທີ່ໃນປະຈຸບັນນັບວ່າເປັນວິກິດທາງມົນລະພິດທີ່ໃຫຍ່ຫຼວງຂອງໂລກ.


🌳 ທັງນີ້, ທາງ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຍັງໄດ້ມີການລິເລີ່ມໂຄງການໂຕແບບໃນການຫຼຸດຜ່ອນປລາສຕິກໃນທີ່ປະຊຸມ ແລະ ຫ້ອງການ, ຜ່ານການສະໜັບສະໜູນຈາກທາງ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ເຊິ່ງໄດ້ຜະລິດ ຄູ່ມືແນະນໍາທີ່ສາມາດໃຫ້ຫ້ອງການຕ່າງໆສາມາດນຳເອົາໄປໃຊ້ໄດ້.

ທ່ານສາມາດດາວໂຫຼດສະບັບ 2 ໜ້າ ໄດ້ທີ່:https://www.la.undp.org/.../guideline-for-plastic-free...

#Econews#PlasticPollution#PlasticCrisis#ClimateChage

ກົມສິ່ງແວດລ້ອມ/Department of Environment UNDP Lao PDREconoxlaos

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.