ປະເທດ ບຣາຊີນຈະຢຸດທຳລາຍປ່າອາເມຊອນ ແບບຜິດກົດໝາຍໄດ້ແທ້ບໍ?
ປະເທດ ບຣາຊີນຈະຢຸດທຳລາຍປ່າອາເມຊອນ ແບບຜິດກົດໝາຍໄດ້ແທ້ບໍ?
25 November, 2021
Share now
ປ່າອາເມຊອນເປັນປ່າທີ່ໃຫຍ່ ແລະ ອຸດົມສົມບູນທີ່ສຸດໃນໂລກ ແລະ ຍັງເປັນໜຶ່ງແຫຼ່ງກັກເກັບກາກບອນທີ່ໃຫຍ່ທີ່ສຸດຂອງໂລກເຊັ່ນກັນ. ແຕ່ກັບກັນບັນຫາການຕັດໄມ້ທໍາລາຍປ່າຍັງຄົງເປັນແຫຼ່ງກໍ່ມົນລະພິດທີ່ຫຼາຍທີ່ສຸດໃນບຣາຊີນ.

ອັດຕາການທໍາລາຍພື້ນທີ່ປ່າໄມ້ຂອງປະເທດເພີ່ມຂຶ້ນໃນລະດັບສູງສຸດໃນຮອບທົດສະວັດ. ໃນຂະນະທີ່ມີການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ຫຼາຍປະເທດທົ່ວໂລກມີການປ່ອຍມົນລະພິດທີ່ຫຼຸດລົງ, ແຕ່ປະເທດບຣາຊີນນັ້ນພັດໄດ້ມີການປ່ອຍລະດັບກາກບອນສູງຂຶ້ນເຖິງ 9.5% ໃນຊ່ວງປີທີ່ຜ່ານມາ, ຈາກການຕັດໄມ້ທໍາລາຍປ່າ ແລະ ໄຟປ່າທີ່ເພີ່ມສູງຂຶ້ນ. ໂດຍໃນກອງປະຊຸມ COP26 ທີ່ເມືອງກລາສໂກທີ່ຜ່ານມາເມື່ອບໍ່ດົນມານີ້, ບຣາຊີນເປັນໜຶ່ງໃນ 100 ປະເທດທີ່ຮ່ວມເຊັນສັນຍາຢຸດການຕັດໄມ້ທໍາລາຍປ່າ. ເຊິ່ງບຣາຊີນເອງແມ່ນໄດ້ໃຫ້ຄໍາໝັ້ນສັນຍາວ່າຈະ ຄວບຄຸມການຕັດໄມ້ທໍາລາຍປ່າໃຫ້ໄດ້ພາຍໃນປີ 2030 ແລະ ຈະເປັນກາງໃນການປ່ອຍກາກບອນໃນປີ 2050. ໃນປະຈຸບັນປ່າອາເມຊອນຍັງປ່ອຍກາກບອນສູ່ຊັ້ນບັນຍາກາດຫຼາຍກວ່າອັດຕາການກັກເກັບກາກບອນ, ຖ້າຫາກເຂົາເຈົ້າສາມາດປະຕິບັດໄດ້ຕາມສັນຍາທີ່ກ່າວມາ ຈະຖືວ່າເປັນການດີທີ່ສຸດໃນການເພີ່ມພື້ນທີ່ສີຂຽວຢ່າງຍືນຍົງ ແລະ ຫຼຸດຜ່ອນບັນຫາການປ່ຽນແປງດິນຟ້າອາກາດໄດ້ດີທີ່ສຸດ.

#EconewsLaos #Biodiversity #Climatechange #COP26 #Brazil #AmazonForest ຂໍ້ມູນຈາກ: - https://www.bbc.com/.../20211028-how-much-action-is...https://www.theatlantic.com/.../the-real-reason.../620666/https://www.reuters.com/.../climate-un-brazil-idUSL1N2RS17X

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.