ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ
ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ
14 July, 2023
Share now
ໃນວັນທີ 11 ເດືອນກໍລະກົດທີ່ຜ່ານມາ, ທາງອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສ.ປ.ປ. ລາວໄດ້ເຜີຍແຜ່ເຖິງເນື້ອໃນການໃຫ້ສໍາພາດກັບສື່ສໍານັກຂ່າວ CGTN ຂອງປະເທດຈີນກ່ຽວກັບ “ວຽກງານການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ຜົນກະທົບຂອງພາວະການປ່ຽນແປງດິນຟ້າອາກາດຕໍ່ກັບວຽກງານການດັ່ງກ່າວ” ເພື່ອນໍາຂໍ້ມູນ ແລະ ບົດສໍາພາດມາປະກອບເຂົ້າໃນສາລະຄະດີ “Legacies of War: ໄພທີ່ຫຼົງເຫຼືອຈາກສົງຄາມ” ທີ່ຈະອອກສາຍສະບັບເຕັມໃນເດືອນ ພະຈິກ 2023 ທີ່ຈະມາເຖິງນີ້.

ທ່ານນາງ ແຄັດເທີລິນ ເຟືອງ, ຮອງຜູ້ຕາງໜ້າຮັກສາການອົງການສະຫະປະຊາຊາດ ເພື່ອການຳພັດທະນາ ປະຈໍາ ສ.ປ.ປ. ລາວ, ຜູ້ໃຫ້ສໍາພາດໄດ້ກ່າວເຖິງຜົນກະທົບຄວາມຫຍຸ້ງຍາກລໍາບາກໃນວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກອັນເປັນຜົນມາຈາກການປ່ຽນແປງດິນຟ້າອາກາດ (Climate Change) ທີ່ເກີດຂຶ້ນເຊັ່ນວ່າ: ໄພພິບັດຕ່າງໆເຊັ່ນ: ຝົນຕົກ, ນໍ້າຖ້ວມ, ພາຍຸ ແລະ ອື່ນໆສາມາດກະຕຸ້ນໃຫ້ເກີດການລະເບີດກ້ອງໜ້າດິນ ແລະ ຍັງສາມາດເຄື່ອນຍ້າຍລະເບີດທີ່ບໍ່ທັນແຕກນັ້ນກັບໄປສຸ່ເຂດທີ່ໄດ້ຮັບການເກັບກູ້ໝົດແລ້ວຄືນ, ອີກທັງ ການເພີ່ມຂຶ້ນຂອງລະດັບນໍ້າເທິງໜ້າດິນ ແລະ ການເຊາະເຈື່ອນຂອງດິນນັ້ນ ຍັງສາມາດເຄື່ອນລະເບີດໄປສູ່ເຂດທີ່ຢູ່ອາໄສຂອງປະຊາຊົນໄດ້ເປັນຕົ້ນ.

ນອກຈາກທີ່ກ່າວມາຂ້າງເທິງນີ້ແລ້ວ, ລູກລະເບີດຍັງມີການເສື່ອມສະພາບໄວກວ່າປົກກະຕິໃນສະພາບອາກາດທີ່ຮ້ອນຂຶ້ນ ແລະ ການເກີດຂຶ້ນຢ່າງຕໍ່ເນື່ອງຂອງໄພທໍາມະຊາດຍັງໄດ້ເຮັດໃຫ້ເກີດຄວາມຫຍຸ້ງຍາກຕໍ່ການຄົ້ນຫາລູກລະເບີດທີ່ບໍ່ທັນແຕກຂະໜາດນ້ອຍ ໂດຍມີອັດຕາທີ່ຈະຫຼົ້ມເຫຼວເຖິງ 30%.

ຜ່ານການສໍາພາດດັ່ງກ່າວໄດ້ເນັ້ນຢໍ້າໃຫ້ເຮົາເຫັນເຖິງຜົນກະທົບຂອງການປ່ຽນແປງດິນຟ້າອາກາດ (Climate Change) ທີ່ໄດ້ກາຍເປັນບັນຫາສ້າງຄວາມລໍາບາກຕໍ່ກັບວຽກງານຫຼາຍຂະແໜງການ, ລວມເຖິງວຽກການເກັບກູ້ລະເບີດ ໂດຍສະເພາະປະເທດລາວທີ່ຖືກຖິ້ມລະເບີດ(ຕໍ່ຫົວຄົນ)ລົງມາຫຼາຍທີ່ສຸດໃນໂລກ ແລະ ຍັງມີບັນຫາລູກລະເບີດບໍ່ທັນແຕກຄົງຄ້າງມາຕັ້ງແຕ່ສະໄໝສົງຄາມອິນໂດຈີນເປັນຈໍານວນຫຼາຍໃນປັດຈຸບັນ.

#econewslaos #climatechange #undplaos

ແຫຼ່ງຂໍ້ມູນຈາກ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.