UN ມີແຜນຈະສ້າງແນວທາງປະຕິບັດ “Blue Deal” ເພື່ອຟື້ນຟູເສດຖະກິດທາງ “ມະຫາສະໝຸດ” ໃຫ້ມີການເຕີບໃຫຍ່ຢ່າງໝັ້ນຄົງ
UN ມີແຜນຈະສ້າງແນວທາງປະຕິບັດ “Blue Deal” ເພື່ອຟື້ນຟູເສດຖະກິດທາງ “ມະຫາສະໝຸດ” ໃຫ້ມີການເຕີບໃຫຍ່ຢ່າງໝັ້ນຄົງ
18 May, 2022
Share now
ໃນຊ່ວງວັນທີ 6-8 ເມສາ 2022 ທີ່ຜ່ານມາ, ທາງກຸ່ມ UNCTAD-led* ໄດ້ມີການຕົກລົງກຳນົດແຜນປະຕິບັດ “Blue Deal” ໃນກອງປະຊຸມ UN Oceans Forum ຄັ້ງທີ 4 ທີ່ເມືອງເຈນິວາ, ປະເທດສະວິດເຊີແລນ ແລະ ຮູບແບບອອນລາຍ. ໃນກອງປະຊຸມຄັ້ງນີ້ ແມ່ນໄດ້ມີຜູ້ຊ່ຽວຊານເຂົ້າຮ່ວມຫຼາຍກວ່າ 300 ຄົນຈາກ 50 ປະເທດ ແລະ 60 ອົງການຈັດຕັ້ງສາກົນຕ່າງໆທົ່ວໂລກ.

ພາຍໃນກອງປະຊຸມໄດ້ມີການຫາລື, ວາງແຜນການຮັບມື-ປົກປ້ອງແຫຼ່ງນໍ້າມະຫາສະໝຸດ ແລະ ຊຸກຍູ້ເສດຖະກິດທາງນໍ້າໃຫ້ເກີດປະໂຫຍດໄປພ້ອມກັນ ເພື່ອເປັນການສະໜອງຄວາມຕ້ອງການໃນດ້ານການຄ້າ-ການລົງທຶນສາກົນຕ່າງໆ. ດ້ວຍເຫດນີ້, “Blue Deal” ຈຶ່ງຖືເປັນໜຶ່ງໃນບາດກ້າວສໍາຄັນໃນການສ້າງຄວາມໝັ້ນຄົງ ແລະ ຍືດຍຸ່ນໃຫ້ແກ່ເສດຖະກິດທາງມະຫາສະໝຸດ.

​ເຊິ່ງວ່ານະໂຍບາຍຈັດຕັ້ງຂັ້ນພື້ນຖານ ແມ່ນຈະເປັນການຍົກລະດັບ-ປັບປຸງຄວາມສາມາດໃນກາາເຄື່ອນຍ້າຍວັດສະດຸຕ່າງໆໃຫ້ດີຂຶ້ນ ແລະ ພະຍາຍາມເຟັ້ນຫາວັດຖຸດິບທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າມານໍາໃຊ້ແທນປລາສຕິກ. ການປະຕິບັດໃນຮູບແບບນີ້ ສາມາດຫຼີກລ່ຽງຂີ້ເຫຍື້ອຂະໜາດໃຫຍ່ໃຕ້ນໍ້າໄດ້ເຖິງ 71 ລ້ານໂຕນ.

​"ເສດຖະກິດທາງມະຫາສະໝຸດ, ຄຸນຄ່າທາງສັງຄົມ ແລະ ສິ່ງແວດລ້ອມ ສາມາດຊ່ວຍຟື້ນຟູເຮົາຈາກສະພາບການໂລກລະບາດ ແລະ ຕ້ານວິກິດການຕ່າງໆທີ່ຈະເກີດຂຶ້ນໃນອະນາຄົດໄດ້.ແຕ່ພວກເຮົາຕ້ອງໄດ້ຫາສົມດຸນທີ່ເໝາະສົມລະຫວ່າງ ການຊອກຫາຜົນປະໂຫຍດຈາກມະຫາສະໝຸດ ແລະ ປົກປ້ອງຊັບພະຍາກອນຂອງມັນເອງ" ທ່ານນາງ Rebeca Grynspan ເລຂາທິການໃຫຍ່ຂອງ UNCTAD ໄດ້ກ່າວ.

​​ຍ້ອນອຸດສາຫະກຳການເຮັດການປະມົງ ໃນທຸກໆປີຈະມີປາຖືກດຶງຂຶ້ນຈາກມະຫາສະໝຸດຫຼາຍກວ່າ 3 ລ້ານລ້ານໂຕ ເຊິ່ງມີຈໍານວນຫຼາຍກວ່າການເຮັດກະສິກຳ-ລ້ຽງສັດເທິງໜ້າດິນທີ່ມີພຽງ 60 ພັນລ້ານໂຕເທົ່ານັ້ນ. ໃນຂະນະດຽວກັນ, ອຸດສາຫະກຳການປະມົງ ກໍຖືເປັນອຸດສາຫະກຳໃຫຍ່ທີ່ສຸດທີ່ມີສ່ວນເຮັດໃຫ້ເກີດບັນຫາມົນລະພິດປລາສຕິກໃນມະຫາສະໝຸດ ໂດຍສະເພາະແມ່ນບັນດາເຄື່ອງມື-ອຸປະກອນການປະມົງທີ່ຖືກປະຖິ້ມ ເຊັ່ນ: ເຊືອກ, ໂສ້ເຫຼັກ, ແຫຕ່າງໆເປັນຕົ້ນ.

ດັ່ງນັ້ນ, ການຫາລືກັນເພື່ອຈັດຕັ້ງແຜນປະຕິບັດ Blue Deal ຈຶ່ງເປັນໜຶ່ງໃນທາງອອກທີ່ຈະຊ່ວຍສ້າງຄວາມສົມດຸນໃຫ້ແກ່ລະບົບນິເວດທາງນໍ້າ ແລະ ຫຼີກລ່ຽງຄວາມສ່ຽງໃນການເກີດວິກິດມົນລະພິດທາງນໍ້າໃນອະນາຄົດ ອີກທັງຍັງສຸມໃສ່ການພັດທະນາເສດຖະກິດທາງທ້ອງທະເລທີ່ເປັນມິດ ເຊິ່ງມີຄາດໝາຍໃຫ້ເຕີບໃຫຍ່ຂຶ້ນ 2 ເທົ່າຕົວພາຍໃນປີ 2030.

​ແລະ ໃນວັນທີ 27 ມິຖຸນາ ຫາ ທີ 1 ກໍລະກົດ 2022 ທີ່ຈະມາເຖິງນີ້ ແມ່ນຈະມີການຈັດກອງປະຊຸມ 2022 UN Ocean Conference ເພີ່ມເຕີມອີກ, ເພື່ອເປັນການສໍາມະນາ-ປຶກສາຫາລືກ່ຽວກັບ ການຄ້າທີ່ສາມາດຊຸກຍູ້ການນໍາໃຊ້ຊັບພະຍາກອນໃຕ້ນໍ້າຢ່າງຍືນຍົງ.

*UNCTAD: United Nations Conference on Trade and Development.

ແຫຼ່ງຂໍ້ມູນອ້າງອີງ:https://unctad.org/.../un-oceans-forum-chart-course-blue...https://unctad.org/.../un-oceans-forum-chart-course-blue...https://www.greenqueen.com.hk/the-u-n-s-blue-deal-aims.../https://www.maritime-executive.com/.../a-new-blue-deal...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.