ນັກຊີວະວິທະຍາຄົນທຳອິດທີ່ຄົ້ນພົບໄມໂຄຣປລາສຕິກໃນທະເລ ຈາກບໍ່ມີໃຜສົນໃຈ ຈົນຕໍ່ສູ້ໃຫ້ວົງການວິທະຍາສາດຮັບຮູ້ເຖິງຄວາມສຳຄັນຂອງຂີ້ເຫຍື້ອປລາສຕິກ
ນັກຊີວະວິທະຍາຄົນທຳອິດທີ່ຄົ້ນພົບໄມໂຄຣປລາສຕິກໃນທະເລ ຈາກບໍ່ມີໃຜສົນໃຈ ຈົນຕໍ່ສູ້ໃຫ້ວົງການວິທະຍາສາດຮັບຮູ້ເຖິງຄວາມສຳຄັນຂອງຂີ້ເຫຍື້ອປລາສຕິກ
30 January, 2023
Share now
ທ່ານ ເອັດເວີດ ຄາເພນເຕີ (Edward Carpenter), ເປັນນັກຊີວະວິທະຍາຄົນທຳອິດ ທີ່ຄົ້ນພົບຂີ້ເຫຍື້ອໄມໂຄຣປລາສຕິກ, ໂດຍປລາສຕິກທີ່ລາວພົບ ມີປະລິມານສູງເຖິງ 3,500 ຊິ້ນສ່ວນ ຕໍ່ທະເລໜຶ່ງຕາລາງກິໂລແມັດ. ຂີ້ເຫຍື້ອປລາສຕິກບາງອັນ ມີຂະໜາດນ້ອຍປະມານ 5-6 ມິນລີແມັດ ແລະ ສ່ວນໃຫຍ່ ເປັນຂີ້ເຫຍື້ອຈາກອຸດສາຫະກຳ ທີ່ຜ່ານການບົດໃຫ້ກາຍເປັນເມັດປລາສຕິກຂະໜາດນ້ອຍ.

ທ່ານ ເອັດເວີດ ຄາເພນເຕີ (Edward Carpenter) ໄດ້ໃຫ້ຮູ້ວ່າ: ລາວຮູ້ສຶກຕົກໃຈກັບຈຳນວນຂີ້ເຫຍື້ອປລາສຕິກທີ່ຖືກຖິ້ມລົງທະເລ; ເພາະໃນເມື່ອກ່ອນ, ປລາສຕິກບໍ່ໄດ້ແຜ່ຫຼາຍຄືໃນປັດຈຸບັນ ແຕ່ຫາກໍເລີ່ມນຳໃຊ້ຢ່າງແຜ່ຫຼາຍໃນຊ່ວງພາຍຫຼັງສົງຄາມໂລກຄັ້ງທີ 2 ນີ້ເອງ. ດ້ວຍເຫດນີ້, ມັນຈຶ່ງກາຍເປັນສິ່ງທີ່ຈຸດປະກາຍຄວາມສົນໃຈ ແລະ ຄິດວ່າບັນຫາເຫຼົ່ານີ້ ຄວນເປັນສິ່ງທີ່ທຸກຄົນຈະໄດ້ຮັບຮູ້ ແລະ ຖືກເຜີຍແຜ່ອອກເປັນບົດຄົ້ນຄວ້າ. ແຕ່ພາຍຫຼັງທີ່ລາວນຳເອົາບົດຄົ້ນຄວ້າດັ່ງກ່າວ ໄປສະເໜີໃຫ້ແກ່ນັກວິຊາການ ກັບບໍ່ມີໃຜສົນໃຈ ແລະ ບອກໃຫ້ລາວຢຸດຄົ້ນຄວ້າກ່ຽວກັບບັນຫາຂີ້ເຫຍື້ອປລາສຕິກ ແລ້ວກັບໄປເຮັດວຽກທາງດ້ານຊີວະວິທະຍາເຊັ່ນເຄີຍ. ເຖິງຢ່າງໃດກໍຕາມ, ລາວກໍຍັງບໍ່ຢຸດຢັ້ງ ທີ່ຈະສືບຕໍ່ຄົ້ນຄວ້າກ່ຽວກັບຂີ້ເຫຍື້ອປລາສຕິກໃນທະເລ ແລະ ໃນທີ່ສຸດ, ບົດຄົ້ນຄວ້າຂອງລາວກໍໄດ້ຮັບຄວາມສົນໃຈອີກຄັ້ງ ເມື່ອນັກວິທະຍາສາດ ໄດ້ນຳເອົາບົດຄົ້ນຄວ້າຂອງລາວໄປເຜີຍແຜ່ໃນກອງປະຊຸມ “The Ocean Science” ທີ່ໄດ້ຈັດຂຶ້ນໃນປີ 2010 ທີ່ປະເທດ ໂປແລນ. ຈົນເວລາຜ່ານໄປຫຼາຍກວ່າ 50 ປີ, ທ່ານ ເອັດເວີດ ຈຶ່ງໄດ້ຕັດສິນໃຈ ເລົ່າເຖິງເລື່ອງລາວທີ່ລາວຕ້ອງໄດ້ຕໍ່ສູ້ ເພື່ອໃຫ້ວົງການວິທະຍາສາດ ໄດ້ຮັບຮູ້ເຖິງການຄົ້ນພົບຂອງລາວ. ພ້ອມກັນນັ້ນ, ທ່ານ ເອັດເວີດ ຍັງໄດ້ກ່າວຕື່ມອີກວ່າ: ລາວຮູ້ສຶກດີໃຈທີ່ເຫັນນັກວິທະຍາສາດ ແລະ ບຸກຄົນທົ່ວໄປຫັນມາໃຫ້ຄວາມສຳຄັນ ຕໍ່ກັບບັນຫານີ້ຫຼາຍຂຶ້ນ. ແຕ່ໃນຂະນະດຽວກັນ, ບັນຫາຂີ້ເຫຍື້ອປລາສຕິກ ກໍຍັງມີຫຼາຍເກີນທີ່ຈະສາມາດຄວບຄຸມໄດ້. ທ່ານ ເອັດເວີດ ຍັງແມ່ນອາຈານສອນຊີວະວິທະຍາ ທີ່ມະຫາວິທະຍາໄລ San Francisco ແລະ ໄດ້ຮັບລາງວັນ Redfield Award 2022 ຈາກການປະກອບສ່ວນທີ່ສໍາຄັນ ໃນການຊີ້ແຈງເຖິງບົດບາດສໍາຄັນຂອງການສ້ອມແຊມໄນໂຕຣເຈນໃນມະຫາສະຫມຸດ ໃນການຮັກສາບົບນິເວດຂອງມະຫາສະຫມຸດ ແລະ ຊີວະເຄມີຂອງໂລກ. #econewslaos #plasticpollution #microplastics #savetheocean

ອ້າງອີງຂໍ້ມູນ: FB: ลุงซาเล้งกับขยะที่หายไป https://www.bbc.com/news/av/stories-64250382... 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.