ພົບຊາກເສືອໂຄ່ງສຸມາຕຣາ 2 ໂຕ ຕາຍຢູ່ໃກ້ສວນປາມນໍ້າມັນແຫ່ງໜຶ່ງໃນແຂວງ ອາເຈະ ຢູ່ເກາະສຸມາຕຣາຂອງອິນໂດເນເຊຍ
ພົບຊາກເສືອໂຄ່ງສຸມາຕຣາ 2 ໂຕ ຕາຍຢູ່ໃກ້ສວນປາມນໍ້າມັນແຫ່ງໜຶ່ງໃນແຂວງ ອາເຈະ ຢູ່ເກາະສຸມາຕຣາຂອງອິນໂດເນເຊຍ
26 April, 2022
Share now
​ ພົບຊາກເສືອໂຄ່ງສຸມາຕຣາ 2 ໂຕ ຕາຍຢູ່ໃກ້ສວນປາມນໍ້າມັນແຫ່ງໜຶ່ງໃນແຂວງ ອາເຈະ ຢູ່ເກາະສຸມາຕຣາຂອງອິນໂດເນເຊຍໃນວັນທີ 24 ທີ່ຜ່ານມາ. ເຊິ່ງແຕ່ລະໂຕຢູ່ໃນສະພາບຖືກແຮ້ວສັດຮັດຄໍ ແລະ ຂາໄດ້ຮັບບາດເຈັບຈົນເສຍຊີວິດ. ຈາກການໃຫ້ຂໍ້ມູນຂອງຄົນໃນພື້ນທີ່ນັ້ນວ່າຊາວກະສິກຳທີ່ດຳລົງຊີວິດຢູ່ເກາະສຸມາຕຣາມັກຈະໃສ່ແຮ້ວເພື່ອຈັບໝູປ່າທີ່ເຂົ້າມາກິນ ແລະ ທຳລາຍພືດຜົນຂອງເຂົາເຈົ້າ, ເຊິ່ງທີ່ຜ່ານມາທາງການເຄີຍຂໍຄວາມຮ່ວມມືກັບຊາວບ້ານ ແລະ ບໍລິສັດສວນປາມແລ້ວວ່າບໍ່ໃຫ້ໃສ່ແຮ້ວໃນບໍລິເວນປ່າທີ່ອາດມີສັດປ່າເດີນຜ່ານແຕ່ກໍ່ຍັງມີຄົນເຮັດຢູ່ຈົນເຮັດໃຫ້ເສືອ 2 ໂຕນັ້ນເຖິງແກ່ຄວາມຕາຍ.

ຈາກຂໍ້ມູນທີ່ມີການລະບຸໃນເອກະສານຂອງອົງການລະຫວ່າງປະເທດເພື່ອການອະນຸລັກທຳມະຊາດ (IUCN) ເຜີຍໃຫ້ເຫັນຈໍານວນຂອງສັດທີ່ໄດ້ຂື້ນບັນຊີແດງໄວ້ກວ່າ 41,41ສາຍພັນ ແລະ ຈໍານວນ16,306 ຈາກສີ່ໝື່ນສາຍພັນທີ່ກຳລັງຕົກຢູ່ໃນອັນຕະລາຍສ່ຽງຕໍ່ການສູນພັນໃນໄວໆນີ້

​ເສືອໂຄ່ງສຸມາຕຣາຖືວ່າຈັດເປັນສັດທີ່ໃກ້ສູນພັນ ຄາດວ່າທົ່ວໂລກຍັງຄົງຫຼົງເຫຼືອໃນປ່າບໍ່ຮອດ 400 ໂຕ ແລະ ຖືກຈັດຢູ່ໃນບັນຊີລາຍຊື່ 10 ອັນດັບສັດທີ່ໃກ້ສູນພັນທີ່ສຸດໃນປີ 2022 ເຊິ່ງໄດ້ແກ່:

1. ແຮດຊະວາ ຫຼື Javan Rhinoceros

2. ໂລມາວາກີຕາ

3. ອັງກໍລິລາພູເຂົາ

4. ເສືອສາຍພັນເບງກ໋ອລ, ເສຶອໂຄ່ງອິນໂດຈີນ, ເສືອສຸມາຕຣາ, ເສືອໄຊບີລ້ຽນ ແລະ ສືອມາລາຍູ 5. ຊ້າງເອເຊຍ

6. ລີງອຸລັງອຸຕັງ

7. ເຕົ່າໝາກເຟືອງ

8. ເສືອດາວຫິມະ

9. ໂລມາອິລະວະດີ ຫຼື ໂລມາຫົວບາດມີຄີບຫຼັງທີ່ອາໄສຢູ່ນໍ້າຈືດ ແລະ ທະເລ

10. ປາທູນ່າຄີບນ້ຳເງິນ ຫຼື ທູນ່າຍັກ

post-images
post-images

​​ສະນັ້ນ, ກົດໝາຍອະນຸລັກຊັບພະຍາກອນທຳມະຊາດ ແລະ ລະບົບນິເວດຂອງອິນໂດເນເຊຍຈຶ່ງກຳນົດໃຫ້ການຂ້າ ແລະ ລ່າສັດປ່າທີ່ອະນຸລັກໂດຍເຈດຕະນາມີໂທດຈຳຄຸກ 5 ປີ ແລະ ປັບໃໝສູງສຸດ 100 ລ້ານລູເປຍ ຫຼື ປະມານ 82,974,000 ກີບ.

ແຫຼ່ງຂ່າວຈາກ: https://www.facebook.com/617620494922400/posts/7964256610258715/?d=nhttps://www.animalsaroundtheglobe.com/the-10-most.../

ຮູບພາບຈາກ: AFP PHOTO / INDONESIAN POLICE

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.