ການສູນພັນຂອງປາຂ່າໂຕສຸດທ້າຍໃນລາວເປັນສັນຍານເຕືອນໄພອັນຕະລາຍຕໍ່ລະບົບນິເວດຄືແນວໃດ?
ການສູນພັນຂອງປາຂ່າໂຕສຸດທ້າຍໃນລາວເປັນສັນຍານເຕືອນໄພອັນຕະລາຍຕໍ່ລະບົບນິເວດຄືແນວໃດ?
18 February, 2022
Share now
ການສູນພັນຂອງປາຂ່າໂຕສຸດທ້າຍໃນລາວ ແລະ ຊີວະນາໆພັນ ບອກຫຍັງເຖິງທ່ານໄດ້ແດ່?

ນັບວ່າເປັນຂ່າວທີ່ໜ້າເສົ້າໃຈ ທີ່ການເສຍຊີວິດຂອງປາຂ່ານໍ້າຈືດ ອິລະວະດີໂຕສຸດທ້າຍໃນລາວຕ້ອງຈົບລົງ, ປ່າຂ່າຊະນິດນີ້ແມ່ນອາໄສຢູ່ແມ່ນໍ້າຂອງ ໃນເຂດຊາຍແດນອາຊີຕາເວັນອອກສຽງເໜືອຂອງກຳປູເຈຍ ແລະ ລາວ ທີ່ໄດ້ມີເສຍຊີວິດລົງໄປໃນວັນທີ 15 ກຸມພາ ທີ່ຜ່ານມາໃນແຄມແມ່ນໍ້າ ສະຕຶງແຕຣງ, ໂດຍຄາດວ່າເຫດການເສຍຊີວິດໃນຄັ້ງນີ້ ແມ່ນມາຈາກການເຂົ້າໄປຕິດໃນເຄື່ອງມືຫາປາຂອງຊາວປະມົງ ເຮັດໃຫ້ປາບໍ່ສາມາດລອຍນໍ້າໄດ້, ຈົນເກີດການບາດເຈັບສາຫັດ ແລະ ເສຍຊີວິດລົງໃນທີ່ສຸດ.

post-images

ປາຂ່າ ນໍ້າຈືດຊະນິດນີ້ ຍັງຖືເປັນສັດນໍ້າອັນລໍ້າຄ່າຂອງແມ່ນໍ້າຂອງ ທີ່ໃນປະເທດລາວເຮົາພົບເຫັນໄດ້ສະເພາະໃນເຂດສີ່ພັນດອນ ທາງພາກໃຕ້ຂອງ ສປປ ລາວ, ອີກທັງຍັງເປັນສັດຊະນິດໜຶ່ງທີ່ນອນຢູ່ໃນບັນຊີອະນຸລັກສັດນໍ້າສັດປ່າ ບັນຊີທີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າທີ່ໃກ້ຈະສູນພັນຂອງ IUCN. ເຊິ່ງຜ່ານການສຳຫຼວດຂອງທີມງານອະນຸລັກພົບວ່າ ໃນຊ່ວງ 2-3 ປີທີ່ຜ່ານມາແມ່ນພົບເຫັນໃນ ສປປລາວ ມີພຽງ 3-4ໂຕ ແລະ ໃນປີ 2021 ທີ່ຜ່ານມາແມ່ນໄດ້ມີການເສຍຊີວິດໄປແລ້ວຈໍານວນ 2​ໂຕ.

ຈາກສະຖິຕິໃນປີ 1997 ຈໍານວນປາຂ່າ ອີລະວະດີ ໃນເຂດກໍາປູເຈຍເອງແມ່ນມີທັງໝົດຢູ່ 200 ໂຕ ແລະ ໃນປີ 2020 ແມ່ນມີຈໍານວນຫຼຸດລົງເຫຼືອພຽງແຕ່ 89 ໂຕ. ເວົ້າໄດ້ວ່າການສູນເສຍຂອງປາຂ່າໃນຄັ້ງນີ້ ຖືເປັນໄພຄຸກຄາມອັນຮ້າຍແຮງຕໍ່ທໍາມະຊາດໃນບ້ານເຮົາ ທີ່ມີແນວໂນ້ມຈະເພີ່ມທະວີຄວາມຮຸນແຮງຂຶ້ນຕໍ່ໄປໃນອະນາຄົດ.

ແລ້ວຕໍ່ກັບການສູນເສຍຂອງປາຂ່າ ແລະ ຊີວະນາໆພັນ ເປັນສິ່ງບອກບອກເຖິງໄພອັນຕະລາຍຄືແນວໃດແດ່?

ເພາະປາຂ່າ (ປາໂລມາຊະນິດອື່ນໆ) ເປັນສັດທີ່ເຮັດໃຫ້ລະບົບນິເວດເກີດຄວາມສົມດູນ, ພວກມັນຈະກິນສັດນໍ້າອື່ນເປັນອາຫານເຊັ່ນ ປາ ແລະ ປາໝຶກ, ຖ້າຫາກວ່າບໍ່ມີພວກມັນແລ້ວ ສັດທີ່ເປັນອາຫານຂອງມັນຈະມີຈໍານວນເພີ່ມສູງຂຶ້ນ ແລະ ເກີດການຍາດແຍ່ງແຫຼ່ງອາຫານໃນນໍ້າ, ເຮັດໃຫ້ເກີດຜົນກະທົບຕໍ່ຕ່ອງໂສ້ອາຫານ ແລະ ສັດນໍ້າຊະນິດອື່ນໆ, ພ້ອມທັງຄວາມອຸດົມສົມບູນຂອງແຫຼ່ງນໍ້າ ແລະ ມະຫາສະໝຸດ.

ຫາກອົງປະກອບທາງລະບົບນິເວດໃດໜຶ່ງຫາກເກີດການສູນຫາຍໄປ, ແນ່ນອນວ່າຈະເປັນວິກິດການອັນຕະລາຍຕໍ່ໍຊີວະນາໆພັນ, ສຸຂະພາບຂອງມະນຸດ ແລະ ການດໍາລົງຊີວິດພາຍໃຕ້ຄວາມສ່ຽງໃນຂັ້ນຕໍ່ໄປ.

ແລ້ວທ່ານເດ ຄິດວ່າແນວໃດ? ຖ້າຫາກການສູນພັນບໍ່ເກີດຂຶ້ນພຽງແຕ່ໃນສັດ ແລະ ສິ່ງມີຊີວິດອື່ນ, ແຕ່ຫາກເກີດຂຶ້ນກັບມະນຸດເຮົາ ທ່ານຄິດວ່າທ່ານເອງຈະມີວິທີການຮັບມືກັບຫາຍະນະທີ່ຈະເກີດຂຶ້ນນີ້ໄດ້ຄືແນວໃດ?

post-images

 ແຫຼ່ງຂໍ້ມູນຂ່າວສານຈາກ:

https://www.wwf.org.la/?372355...

https://laotiantimes.com/.../last-irrawaddy-dolphin-dies.../

https://abcnews.go.com/.../freshwater-dolphin...

https://wwf.panda.org/.../biodiversity/biodiversity_and_you/

https://www.wwf.org.uk/learn/wildlife/dolphins

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.