ຫຍ້າທະເລ ຕົວຜະລິດອົກຊີແຊນໃຫ້ກັບໂລກ
ຫຍ້າທະເລ ຕົວຜະລິດອົກຊີແຊນໃຫ້ກັບໂລກ
07 May, 2022
Share now
ເຮົາຮູ້ກັນວ່າຕົ້ນໄມ້ຊ່ວຍດູດຊຶມກາສກາກບອນ ແລະ ຜະລິດອົກຊີແຊນໃຫ້ກັບໂລກແລ້ວ ແຕ່ເຮົາຮູ້ກ່ຽວກັບຫຍ້າທະເລ ແລະ ບົດບາດທີ່ສໍາຄັນຂອງມັນໃນການຜະລິດອົກຊີແຊນ ກັບຮັກສາລະບົບນິເວດໃນທ້ອງທະເລສໍ່າໃດ?

ຫຍ້າທະເລ ຫຼື ປອດຂອງທ້ອງທະເລດ ສາມາດຜະລິດອົກຊິແຊນໄດ້ເຖິງ 10 ລິດ ຕໍ່ມື້ໃນຂະນະທີ່ມັນຜ່ານຂະບວນການສັງເຄາະແສງ. ນອກຈາກນັ້ນແລ້ວ ຫຍ້າທະເລຍັງມີຫນ້າທີ່ບໍາບັດທະເລໂດຍດູດຊຶມເອົາມົນລະພິດໃນນໍ້າຜ່ານໃບຫຍ້າແລ້ວກັກໄວ້ໃນດິນ. ມັນຮັກສາຄວາມຫມັ້ນຄົງຂອງພື້ນມະຫາສະຫມຸດ ແລະ ຮັກສາຄວາມປອດໄພຈາກການເຊາະເຈື່ອນດ້ວຍເຄືອຂ່າຍຮາກທີ່ກວ້າງຂວາງຂອງມັນ. ເຄືອ​ຂ່າຍ​ນີ້​ເປັນຕົວຊ່ວຍໃຫ້​ພືດຊະນິດຕ່າງໆ ໃຕ້ມະຫາສະໝຸດບໍ່ມີການເຄື່ອນ​​ໃນ​ລະ​ຫວ່າງ​ພະ​ຍຸ​. ນອກນັ້ນແລ້ວ ຫຍ້າທະເລຍັງເປັນແຫຼ່ງອາຫານໃຫ້ແກ່ສັດທະເລ ເຊັ່ນເຕົ່າ, ພະຍູນ, ປາ ແລະ ສັດໃຕ້ທະເລອື່ນໆ.

​ເປັນຫຍັງເຮົາຈຶ່ງຕ້ອງຮູ້ເຖິງຄວາມສໍາຄັນຂອງຫຍ້າທະເລ?

- ຫຍ້າທະເລ ແມ່ນໜຶ່ງໃນລະບົບນິເວດທີ່ສໍາຄັນທີ່ສຸດໃນໂລກ: ພື້ນຫຍ້າທະເລທີມີຂະຫນາດເທົ່າກັບເດີ່ນເຕະບານສອງສະໜາມລວມກັນສາມາດຄາດມູນຄ່າໄດ້ເຖິງ 31,000 ໂດລາສະຫະລັດ.

- ຫຍ້າລະເລຊ່ວຍກໍາຈັດມົນລະພິດຕ່າງໆ ໃນນໍ້າ. ອີງຕາມຫນັງສືພິມ ນິວຢອກ ທາມສ໌, ທຸກໆ ເຮັກຕາຂອງພື້ນຫຍ້າທະເລສາມາດຊ່ວຍບໍາບັດນໍ້າໃຫ້ສະອາດເທົ່າການບໍລິການບໍາບັດນໍ້າຂອງຄົນເຮົາເຖິງ 11,000 ໂດລາສະຫະລັດ ຕໍ່ປີ.

- ຫຍ້າທະເລ 1 ເຮັກຕາ ສາມາດເປັນທີ່ຢູ່ອາໃສໃຫ້ກັບປາໄດ້ເຖິງ 40,000 ໂຕ ແລະ ສັດນໍ້ານ້ອຍກວ່າ 50 ລ້ານ ໂຕ. ເປັນຕົວຊ່ວຍຫຼຸດຜ່ອນຜົນກະທົບຂອງກະແສນໍ້າແຮງ, ແລະ ເປັນສະຖານທີ່ສໍາລັບວາງໄຂ່ ແລະ ຕົວອ່ອນຂອງປາຫຼາຍໆ ຊະນິດ.

- ຫຍ້າທະເລມີຄວາມອ່ອນໄຫວຫຼາຍຕໍ່ຄຸນະພາບນໍ້າ ເຊິ່ງເປັນຕົວຊີ້ວັດຂອງສະພາບໂດຍລວມຂອງລະບົບນິເວດແຄມທະເລ.

ເຖິງວ່າຫຍ້າທະເລຈະເປັນລະບົບນິເວດທີ່ສໍາຄັນເພື່ອຊ່ວຍຫຼຸດມົນລະພິດ ແລະ ສະໜອງອົກຊີແຊນໃຫ້ກັບສິ່ງມີຊີວິດທຸກຊະນິດ, ແຕ່ມະນຸດເຮົາເອງຍັງບໍ່ປົກປ້ອງ ແລະ ຮັກສາມັນໄດ້ດີພໍ. ນັບຕັ້ງແຕ່ການປ່ອຍສິ່ງເສດເຫຼືອລົງມະຫາສະໝຸດ, ການຖົມດິນ ແລະ ກິດຈະກໍາຕ່າງໆ ຂອງມະນຸດທີ່ກະທົບລົງສູ່ທະເລ.

ແຫຼ່ງຂໍ້ມູນຈາກ:https://www.greenfuture.io/nature/seagrass-factshttps://floridakeys.noaa.gov/plants/seagrass.htmlhttps://www.nwf.org/.../Wildl.../Plants-and-Fungi/Seagrasses

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.