ອາຟຣິກາໃຕ້ໄດ້ພົບເຫັນປາໝຶກຂະໜາດໃຫຍ່ຂຶ້ນມາເສຍຊີວິດເທິງຊາຍຫາດ.
ອາຟຣິກາໃຕ້ໄດ້ພົບເຫັນປາໝຶກຂະໜາດໃຫຍ່ຂຶ້ນມາເສຍຊີວິດເທິງຊາຍຫາດ.
10 April, 2022
Share now
ເມື່ອວັນທີ່ 30 ເມສາທີ່ຜ່ານມາ ນັກທ່ອງທ່ຽວໄດ້ພົບເຫັນປາໝຶກຂະໜາດໃຫຍ່ທີ່ເປັນສາຍພັນທີ່ພົບເຫັນໄດ້ຍາກຂຶ້ນມາເສຍຊີວິດໃນຕອນກາງຄືນ ຢູ່ເທິງຊາຍຫາດ Long Beach, ໃນເມືອງຄົມມິດຈິ (Kommetjie) ປະເທດອາຟຣິກາໃຕ້.

ໂດຍທ່ານ ອາລິສັນ ພອລລັສ (Alison Paulus) ຜູ້ກໍ່ຕັ້ງອົງກອນເພື່ອສັດປ່າ ໄດ້ອອກມາເປີດເຜີຍວ່າຈາກຂໍ້ມູນການວັດແທກຂະໜາດເບື້ອງຕົ້ນ “ຮ່າງຂອງປາໝຶກລໍາໂຕມີຄວາມຍາວປະມານ 2.2ແມັດ ຫາກລວມທັງຫນວດນຳ ກໍຫນ້າຈະມີຄວາມຍາວເຖິງ 3.5ແມັດ”, ປາໝຶກຊະນິດນີ້ເປັນສາຍພັນທີ່ມັກອາໄສຢູ່ໃຕ້ນ້ຳທີ່ມີຄວາມເລິກຕັ້ງແຕ່ 300 – 1,000 ແມັດ ຄາດການວ່າຖືກເຮືອຕຳໃນຂະນະທີ່ຂຶ້ນມາເທິງຫນ້ານ້ຳ.

​ ທ່ານ ຈອນ ຟຣີດແມນ (Jon Friedman) ເຈົ້າຫນ້າທີ່ຮັກສາສັດປ່າຈາກ ສະມາຄົມແຫ່ງຄວາມຫວັງເພື່ອປົກປ້ອງການທຳຮ້າຍສັດ (SPCA) ເຜີຍວ່າປາໝຶກໂຕນີ້ ເປັນປາໝຶກເພດເມຍ ທີ່ມີອາຍຸປະມານ 2ປີ ໂດຍຄາດການວ່າມັນຫນ້າຈະຖືກເຮືອຫາປາຕຳໃນຂະນະທີ່ຂຶ້ນມາຢູ່ບໍລິເວນຫນ້ານ້ຳ,ເນື່ອງຈາກພົບເຫັນຮ່ອງຮອຍຄ້າຍຄືກັນກັບຮອຍໃບພັດຢູ່ເທິງໂຕຂອງປາໝຶກ.

post-images

​ ຄວາມຈິງແລ້ວປາໝຶກເຫຼົ່ານີ້ ເປັນປາໝຶກທີ່ມັກອາໄສຢູ່ໃຕ້ນ້ຳທະເລທີ່ມີຄວາມເລິກພວກມັນມີອາຍຸໄດ້ເຖິງປະມານ 5 ປີ ມີຄວາມຍາວສູງສຸດໄດ້ເຖິງ 13 ແມັດແລະ ມັກຈະບໍ່ຄ່ອຍຂຶ້ນມາເຖິງຫນ້ານ້ຳ, ເຊິ່ງຂໍ້ມູນທີ່ນັກວິທະຍາສາດມີກ່ຽວກັບປາໝຶກຍັກຊະນິດນີ້ ສ່ວນໃຫຍ່ແມ່ນໄດ້ຈາກການບັນທຶກຊາກສົບຂອງພວກມັນຕາມຊາຍຫາດ, ໃນປະຈຸບັນຕາມການລາຍງານແມ່ນມີຊາກປາໝຶກຍັກຢູ່ທັງໝົດ 19 ໂຕ ທີ່ເກັບໄວ້ໃນພິພິຕະພັນ.

post-images

​ ກ່ອນທີ່ເຈົ້າຫນ້າທີ່ SPCA ຈະໄປຮອດຈຸດເກີດເຫດ ຄົນຫາປາໃນພື້ນທີ່ກໍ່ໄດ້ຕັດເອົາສ່ວນ ຕາ, ປາກ ແລະ ຫນວດຂອງປາໝຶກໄປແລ້ວ, ກ່ອນຈະຕັດແບ່ງຮ່າງປາໝຶກທີ່ເຫຼືອ ແລະ ນຳກັບໄປຖິ້ມລົງໃນທະເລ,ເຈົ້າໜ້າທີ່ຈຶ່ງທຳການເກັບຕົວຢ່າງເນື້ອເຍື່ອບາງສ່ວນ ສົ່ງໄປກວດທີ່ພິພິຕະພັນ ອິຊິໂກອາຟຣິກາໃຕ້ (Iziko South African Museum) ໃນເມືອງເຄບ (Cape Town) ເພື່ອກວດສອບຫາດີເອັນເອ.

ແຫຼ່ງທີ່ມາ: https://www.livescience.com/giant-squid-washes-ashore

https://www.facebook.com/1523107561151019/posts/4781225905339152/?d=n

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.