ຊວນມາເບິ່ງຄວາມຫຼາກຫຼາຍດ້ານຊີວະນານາພັນລາວ ຜ່ານມຸມມອງງານວາງສະແດງ.
ຊວນມາເບິ່ງຄວາມຫຼາກຫຼາຍດ້ານຊີວະນານາພັນລາວ ຜ່ານມຸມມອງງານວາງສະແດງ.
23 November, 2021
Share now
ດັ່ງທີ່ເຮົາຮູ້ວ່າຄວາມຫຼາກຫຼາຍຂອງຊີວະນາໆພັນແມ່ນເປັນສ່ວນທີ່ສໍາຄັນໃນການຮັກສາລະບົບນິເວດໃຫ້ມີຄວາມສົມດູນ. ແຕ່ເຖິງຢ່າງນັ້ນ, ສິ່ງມີຊີວິດເຫຼົ່ານີ້ກໍຖືກທໍາລາຍໄປໃນທຸກໆມື້ໂດຍການບຸກລຸກ ຈາກການຂຸດຄົ້ນຊັບພະຍາກອນປ່າໄມ້ ທີ່ທໍາລາຍທີ່ຢູ່ອາໄສຂອງສັດໃນເຂດດັ່ງກ່າວເຊັ່ນ: ສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານ.

ໃນນັ້ນ, ຈໍານວນປະຊາກອນຂອງ ສັດເລືອຄານ ຫຼາຍກວ່າ 500 ສາຍພັນແມ່ນມີທ່າອ່ຽງຫຼຸດລົງ ໃນຊ່ວງ 50 ກວ່າປີທີ່ຜ່ານມາ ແລະ 90 ຊະນິດຂອງຈໍານວນປະຊາກອນນັ້ນກໍໄດ້ມີການສູນພັນ ແລະ ເປັນສິ່ງທີ່ໜ້າກັງວົນໃຈຫຼາຍ.

ເຮົາຊວນທ່ານມາເບິ່ງການວາງສະແດງ ທີ່ຈັດໂດຍ ທ່ານ Nathanaël Maury, ນັກວິທະຍາສາດພົນລະເມືອງ ຜູ້ທີ່ພັດທະນາເຕັກນິກການຖ່າຍຮູບພາບ. ໂດຍໃນງານກໍໄດ້ມີການຈັດງານວາງສະແດງຮູບພາບ ຄວາມຫຼາກຫຼາຍດ້ານຊີວະນານາພັນລາວ ໃຫ້ທຸກທ່ານໄດ້ເຂົ້າຮ່ວມຊົມຄວາມຫຼາກຫຼາຍອັນສວຍງາມຂອງສັດເຫຼົ່ານີ້້ ດ້ວຍຮູບພາບທີ່ມີຄວາມລະອຽດຄົມຊັດສູງ.

post-images
post-images
post-images
post-images

ສົນໃຈເຂົ້າຮ່ວມເບິ່ງການວາງສະແດງໃຫ້ທ່ານໄດ້ທີ່:

ສະຖານທີ່: ສະຖາບັນຝຣັ່ງInstitut Français du Laos

ແຜນທີ່:https://goo.gl/maps/nvAMuEN5mES4bTtQ7

ມື້ນີ້ ຈົນຮອດ 30 ພະຈິກ 2021

ນອກຈາກນີ້, ທ່ານຍັງສາມາດຮັບຊົມ ຮູບເງົາໃນຫົວຂໍ້ທີ່ຈະກຽມສາຍໃນລະຫວ່າງງານວາງສະແດງ ໂດຍທ່ານ ເອຣິກ ເດຮາໂຣ (Eric Deharo), ຜູ້ຕາງໜ້າຂອງສະຖາບັນຄົ້ນຄວ້າເພື່ອການພັດທະນາປະຈຳລາວ ໄດ້ທີ່:https://youtu.be/7u0xwcvlKWc

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.