"ບ້ານເຂົ້າຫອມ" ຮ້ານຂາຍສິນຄ້າອຸປະໂພກ ແລະ ບໍລິໂພກແບບ refill ຮ້ານທຳອິດໃນລາວ
"ບ້ານເຂົ້າຫອມ" ຮ້ານຂາຍສິນຄ້າອຸປະໂພກ ແລະ ບໍລິໂພກແບບ refill ຮ້ານທຳອິດໃນລາວ
04 October, 2022
Share now
“ບ້ານເຂົ້າຫອມ” Ban Khao Hom ເປັນຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກແບບ refill ຮ້ານທໍາອິດໃນລາວ ທີ່ດຳເນີນທຸລະກິດໂດຍຄອບຄົວທີ່ມີໃຈຮັກສິ່ງແວດລ້ອມ. ໃນສ່ວນຂອງສິນຄ້ານັ້ນ, ສ່ວນໃຫຍ່ແມ່ນຈະເປັນສິນຄ້າ organic ປອດສານເຄມີ 100% ແລະ ຍັງເປັນສິນຄ້າທີ່ຜະລິດໂດຍຄົນລາວ ເຊີ່ງທາງຮ້ານກໍໄດ້ນໍາເຂົ້າຈາກສວນ ແລະ ໂຮງງານລາວທີ່ມີຄຸນນະພາບໂດຍກົງ. ພ້ອມດຽວກັນນັ້ນ, ທາງຮ້ານກໍຍັງມີສິນຄ້າຕ່າງປະເທດ ທີ່ມີການຢັ້ງຢືນຄວາມປອດສານຜິດ ຂອງສິນຄ້າອີກດ້ວຍ.
post-images

ຜ່ານການໃຫ້ສຳພາດຂອງ ທ່ານ ນາງ ບຸນໂຮມ ອິນທະນູສອນ ແລະ ທ່ານ ນາງ ສິມມະລາ ອິນທະນູສອນ ຜູ້ກໍ່ຕັ້ງທຸລະກິດຮ້ານ “ບ້ານເຂົ້າຫອມ” ໄດ້ໃຫ້ທັດສະນະຕໍ່ກັບຄວາມເປັນມາຂອງຮ້ານວ່າ ໃນເບື້ອງຕົ້ນທາງຮ້ານຖືກກໍ່ຕັ້ງໂດຍ ທ່ານນາງ ມຸກສີ ທີ່ໄດ້ລ່ວງລັບໄປແລ້ວ ພ້ອມກັບແຮງບັນດານໃຈທີ່ຢາກເປັນສ່ວນໜຶ່ງໃນການຫຼຸດຜ່ອນການນໍາໃຊ້ປລາສຕິກ (plastic) ຂອງສັງຄົມບ້ານເມືອງເຮົາ ທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມ, ໂດຍສະເພາະໃນຂົງເຂດ “ຄົວເຮືອນ”; ແລະ ໃນໄລຍະຫຼັງແມ່ນທັງສອງທ່ານກໍໄດ້ມີໂອກາດມາສານຕໍ່ເຈດຈຳນົງຂອງກິດຈະການ. ແນວໃດກໍຕາມ, ທາງຮ້ານກໍປາສະຈາກບໍ່ໄດ້ທີ່ຈະປະສົບກັບບັນດາສິ່ງທ້າທາຍ ໂດຍສະເພາະແມ່ນການປັບປ່ຽນພຶດຕິກໍາຜູ້ບໍລິໂພກ ຈາກທີ່ຊົມໃຊ້ຖົງປລາສຕິກ ມາເປັນການນຳເອົາບັນຈຸພັນມາໃສ່ສິນຄ້າແທນ.

post-images

ສິນຄ້າຂອງບ້ານເຂົ້າຫອມ ແມ່ນຈະແບ່ງອອກເປັນ 2 ໝວດໝູ່ນໍາກັນຄື: ໝວດອາຫານ (Food) ທີ່ເປັນວັດຖຸດິບ, ເຄື່ອງປຸງແຕ່ງອາຫານ, ເຂົ້າສານ ແລະ ທັນຍາພືດຕ່າງໆເປັນຕົ້ນ. ສ່ວນອີກໝວດໜຶ່ງກໍແມ່ນໝວດເຄື່ອງໃຊ້ (Non-Food) ທີ່ມີຕັ້ງແຕ່ນໍ້າຍາລ້າງຖ້ວຍ, ສະບູອາບນໍ້າ, ຄຣີມທາຜິວແບບທໍາມະຊາດ ແລະ ຜະລິດຕະພັນໃຊ້ສອຍໃນຊີວິດປະຈໍາວັນຕ່າງໆອີກຫຼາຍຢ່າງ; ເຊິ່ງວ່າສິນຄ້າເກືອບທຸກຕົວໃນຮ້ານ ແມ່ນເປັນສິນຄ້າຂາຍດີປະຈໍາຮ້ານ ເພາະທັງໝົດກໍລ້ວນແຕ່ແມ່ນສິນຄ້າທີ່ເຮົາໃຊ້ກັນໃນຊີວິດປະຈໍາວັນຢູ່ແລ້ວ ແຕ່ຫາກເປັນສິນຄ້າທີ່ປອດສານເຄມີ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂື້ນ.

post-images

ນອກຈາກຕົວສິນຄ້າເອງແລ້ວ, ເອກະລັກອີກໜຶ່ງຢ່າງຂອງຮ້ານບ້ານເຂົ້າຫອມ ແມ່ນການຮູບແບບການຈັບຈ່າຍຊື້ຂາຍ ກໍຄືລູກຄ້າ ຫຼື ຜູ້ຊື້ຕ້ອງໄດ້ນໍາເອົາພາຊະນະບັນຈຸ ຫຼື ປະເພດຂວດ, ກ່ອງ, ຖົງມາເອງ ເພື່ອນໍາມາຮ່າຍ, ບັນຈຸວັດຖຸດິບ ຫຼື ຜະລິດຕະພັນທີ່ລູກຄ້າຢາກຊື້. ອີກທັງ, ພາຍໃນຮ້ານຍັງມີໂຊນຮັບ ແລະ ບໍລິຈາກຂວດ, ກ່ອງເປົ່າທີ່ບໍ່ໃຊ້ແລ້ວອີກ ເຊິ່ງຫາກລູກຄ້າຜູ້ໃດທີ່ບໍ່ໄດ້ນໍາເອົາພາຊະນະບັນຈຸມາເອງ ກໍສາມາດນໍາເອົາຂວດ, ກ່ອງຕ່າງໆໃນໂຊນນັ້ນມາໃຊ້ໄດ້ເລີຍ ໂດຍທຸກກ່ອງແມ່ນຈະຜ່ານການລ້າງທໍາຄວາມສະອາດມາໃຫ້ແລ້ວ, ຫຼື ຈະນໍາເອົາຂວດຕ່າງໆທີ່ເຮົາບໍ່ໃຊ້ແລ້ວມາແບ່ງປັນໃຫ້ທາງຮ້ານເພິ່ນກໍໄດ້ເຊັ່ນດຽວກັນ.

post-images

“ການຮັກສາສິ່ງແວດລ້ອມບໍ່ແມ່ນໜ້າທີ່ຂອງພາກສ່ວນໃດໜຶ່ງ, ແຕ່ເປັນໜ້າທີ່ຂອງທຸກຄົນ” ທ່ານ ນາງ ສິມມະລາ (ຫຼ້ານ້ອຍ) ໄດ້ກ່າວຕື່ມໃນມຸມມອງຂອງການເຮັດທຸລະກິດ ແລະ ສິ່ງແວດລ້ອມ. ໃນອະນາຄົດ ຮ້ານບ້ານເຂົ້າຫອມແມ່ນມີແຜນທີ່ຈະຮ່ວມມື-ລົງເຮັດກິດຈະກຳກັບໂຮງຮຽນຕ່າງໆ ເພື່ອເປັນການສ້າງຄວາມຕະໜັກຮູ້ໃຫ້ກັບເດັກນ້ອຍ ແລະ ໄວໜຸ່ມກ່ຽວກັບບັນຫາສິ່ງແວດລ້ອມ, ພ້ອມທັງຍັງມີແຜນທີ່ຈະເຮັດວຽກຮ່ວມກັບບັນດາໂຄງການ ແລະ ອົງກອນຕ່າງໆອີກດ້ວຍ. #econewslaos#GreenInnovation#greenliving#plasticfree

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.