ຈາກຄວາມມຸ່ງໝັ້ນ ສູ່ ການຈັດຕັ້ງປະຕິບັດ ອາຊຽນລິເລີ່ມແນວຄິດການສ້າງສູນ ASEAN CENTRE FOR CLIMATE CHANGE
ຈາກຄວາມມຸ່ງໝັ້ນ ສູ່ ການຈັດຕັ້ງປະຕິບັດ ອາຊຽນລິເລີ່ມແນວຄິດການສ້າງສູນ ASEAN CENTRE FOR CLIMATE CHANGE
01 November, 2023
Share now
ເມື່ອວັນທີ 24 ເດືອນ ສິງຫາ 2023 ທີ່ຜ່ານມາ, ໃນກອງປະຊຸມລະດັບລັດຖະມົນຕີລະຫວ່າງ ອາຊຽນ ແລະ ສະຫະລັດອາເມຣິກາ ວ່າດ້ວຍສີ່ງແວດລ້ອມ ແລະ ພູມອາກາດ (ASEAN-U.S. Ministerial Dialogue on Environment and Climate) ທີ່ຈັດຂື້ນທີ່ນະຄອນຫຼວງວຽງຈັນ ໄດ້ມີການເນັ້ນໜັກຄວາມສຳຄັນດ້ານວຽກງານການຮ່ວມມືເພື່ອແກ້ໄຂບັນຫາສິ່ງແວດລ້ອມທີ່ເກີດຂື້ນໃນພາກພື້ນອາຊຽນ ໂດຍສະເພາະແມ່ນ ການປ່ຽນແປງດິນຟ້າອາກາດ ທີ່ເປັນຜົນກະທົບໃນຫຼາຍໆພາກສ່ວນ ແລະ ເປັນສີ່ງທ້າທ້າຍໃນການຮັບມືໃນປັດຈຸບັນ.

ເພື່ອເປັນການປະຕິບັດຕາມຈຸດມຸ່ງໝາຍພາຍໃຕ້ ສົນທິສັນຍາປາຣີ ທີ່ຈຳກັດການປ່ຽນແປງຂອງອາກາດໃນຂອບ 1.5 C, ບັນດາປະເທດສະມາຊິກອາຊຽນຈື່ງໄດ້ຖືກາລະໂອກາດນີ້ເປັນຂີດໝາຍສຳຄັນໃນການຮ່ວມມືກັນເພື່ອຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ໂດຍມີການລົງນາມຮ່ວມມືກັນເພື່ອສ້າງສູນ “ASEAN Centre for Climate Change” ໃນການຕອບສະໜອງວຽກງານການປ່ຽນແປງດິນຟ້າອາກາດໃນຂອບເຂດພາກພື້ນ.

ສຳລັບຈຸດປະສົງຂອງ ASEAN Centre for Climate Change ແມ່ນຈັດຕັ້ງຂື້ນເພື່ອຄົ້ນຄວ້າ ແລະ ສ້າງແຜນຍຸດທະສາດໃນການຮັບມືການປ່ຽນແປງດິນຟ້າອາກາດ ໃຫ້ແກ່ບັນດາປະເທດໃນຂົງເຂດອາຊຽນ ໂດຍແຜນດັ່ງກ່າວໄດ້ກວມລວມເຖິງ ແຜນການແກ້ໄຂພາຍຫຼັງຈາກຜົນກະທົບ ແລະ ການປັບຕົວຂອງບັນດາປະເທດຕໍ່ກັບສະພາບການປ່ຽນແປງ ໂດຍອີງໃສ່ບໍລິບົດທີ່ແຕກຕ່າງກັນຂອງແຕ່ລະປະເທດ. ນອກຈາກນີ້, ສູນດັ່ງກ່າວຈະມີການກະກຽມການປະສານງານພາຍໃນພາກພື້ນເຊີ່ງປະກອບມີ ໜ່ວຍງານລັດຖະບານຂອງປະເທດສະມາຊິກ, ໜ່ວຍງານພາກພື້ນ ແລະ ອົງການຈັດຕັ້ງສາກົນເພື່ອປະກອບສ່ວນໃນການສ້າງຂໍ້​ສະ​ເຫນີ​ແນະ​ກ່ຽວ​ກັບ​ນະ​ໂຍ​ບາຍ ການ​ແກ້​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃຫ້ແກ່​ປະ​ເທດ​ສະ​ມາ​ຊິກ​.

ການສ້າງຕັ້ງສູນເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດນີ້ຍັງມີບົດບາດເປັນສູນກາງໃນການປະສານງານກັບບັນດາໂຄງການຕ່າງໆທີ່ດຳເນີນໃນບັນດາປະເທດສະມາຊິກອາຊຽນ ເຊີ່ງຈະມີການ​ສ້າງ​ຖານ​ຂໍ້​ມູນ​ເພື່ອ​ຕິດຕາມການດຳເນີນຂອງ​ໂຄງການ. ໃນເວລາດຽວກັນ, ສູນດັ່ງກ່າວຍັງມີການສົ່ງເສີມການພັດທະນາຂີດຄວາມສາມາດຂອງໂຄງການທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ. ASEAN Centre for Climate Change ຍັງຈະ​ກາຍ​ເປັນ​ສູນ​ຄວາມ​ຮູ້ ​ແລະ ສະໜອງ​ຂໍ້​ມູນ​ທີ່​ກວ້າງຂວາງ ​ແລະ ສະຖິຕິ​ທີ່​ກ່ຽວຂ້ອງ ເຊີ່ງຂໍ້ມູນເຫຼົ່ານັ້ນຈະມີການລວມລວມ, ວິເຄາະ ແລະ ມີການທົບທວນ ເພື່ອກວດສອບຂໍ້ມູນກ່ອນຈະເຜີຍແຜ່ໃຫ້ມີຄວາມຖືກຕ້ອງ.

ການລິເລີ່ມສ້າງຕັ້ງສູນດັ່ງກ່າວນີ້ ​ຍັງໄດ້ຮັບການຊ່ວຍເຫຼືອ ແລະ ສົ່ງເສີມຈາກຄູ່ຮ່ວມມືພາຍນອກຂອງອາຊຽນເພື່ອເພີ່ມທະວີປະສິດທິພາບໃນການຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ໃນລະດັບຊາດ ແລະ ພາກພື້ນ ເຊີ່ງຈະນຳໄປສູ່ການບັນລຸເປົ້າໝາຍຕ່າງໆທີ່ກຳນົດໄວ້ໃນແຜນການຄຸ້ມຄອງ ແລະ ແກ້ໄຂການປ່ຽນແປງດິນຟ້າອາກາດ. ຍິ່ງໄປກວ່ານັ້ນ, ອາຊຽນໃນຖານະອົງການພາກພື້ນຍັງໃຫ້ຄວາມສຳຄັນແກ່ວຽກງານສິ່ງແວດລ້ອມທັງທາງກົງ ແລະ ອ້ອມ ເຊິ່ງກ່ອນໜ້ານີ້ ທາງອາຊຽນກໍໄດ້ມີການຈັດຕັ້ງສູນປະຕິບັດວຽກງານທີ່ກ່ຽວຂ້ອງກັບສິ່ງແວດລ້ອມອັນໄດ້ແກ່: ASEAN Centre for Biodiversity. ເວົ້າລວມແລ້ວ, ການສ້າງສູນນີ້ມີຈຸດປະສົງເພື່ອເປັນການປະສານງານ ແລະ ການຮ່ວມມື ໂດຍພັດທະນາໃຫ້ກາຍເປັນສູນກາງໃນການຄົ້ນຄວ້າ ເພື່ອພັດທະນາ ແລະ ສ້າງນະໂຍບາຍໃນການຮັບມືການປ່ຽນແປງດິນຟ້າອາກາດໃນພາກພື້ນ.

#climatechange #asian #econewslaos

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.