ອາມິຕິເອ້ AMITE ສິນຄ້າຫັດຖະກໍາລາວທີ່ເຮັດຈາກໄຍກ້ວຍ
ອາມິຕິເອ້ AMITE ສິນຄ້າຫັດຖະກໍາລາວທີ່ເຮັດຈາກໄຍກ້ວຍ
13 June, 2022
Share now
ແບຣນ AMITIÉ_Laos (ອາມິຕິເອ້) ຜະລິດຕະພັນລາວນ້ອງໃໝ່ທີ່ເຮັດຈາກໄຍກ້ວຍ ເປັນແບຣນທີ່ມີຄວາມຜູກພັນລະຫວ່າງຄົນກັບທຳມະຊາດ ແລະ ຖືກຜະລິດໂດຍຝີມືຂອງກຸ່ມຄົນພິການທີ່ມີເລື່ອງລາວຄວາມເປັນມາທີ່ໜ້າສົນໃຈ.

ທ່ານ ນາງ ສົມໄພວອນ ວິໄລພອນ ຜູ້ຮ່ວມກໍ່ຕັ້ງແບຣນ AMITIÉ (ອາມິຕິເອ້) ແລະ ທ່ານ ນາງ ດາລິນຍາ ສິລິສົມພອນ ໄດ້ໃຫ້ສຳພາດວ່າ: ແບຣນ AMITIÉ (ອາມິຕິເອ້) ເປັນແບຣນຜະລິດຕະພັນສິນຄ້າຫັດຖະກຳ ໂດຍເຮັດວຽກກັບກຸ່ມຄົນພິການ, ແມ່ຍິງ, ຊຸມຊົນ ແລະ ຄົນວ່າງງານ. ເຊິ່ງມີຈຸດປະສົງ ຫຼື ເປົ້າໝາຍຫຼັກຄື:

- ເພື່ອຢາກຊ່ວຍເຫຼືອ ແລະສົ່ງເສີມໃຫ້ກຸ່ມຄົນພິການ, ແມ່ຍິງ, ຊຸມຊົນ ແລະ ຄົນວ່າງງານໄດ້ມີອາຊີບ, ມີລາຍຮັບໃນການ ດຳລົງຊີວິດປະຈຳວັນ.

- ເພື່ອຢາກຜະລິດສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ, ທີ່ສາມາດນຳໃຊ້ໄດ້ດົນ ແລະ ຍ່ອຍສະຫຼາຍເອງໄດ້.- ວັດຖຸດິບທີ່ນຳມາຜະລິດແມ່ນມາຈາກທຳມະຊາດ.

- ເພື່ອສົ່ງເສີມໄວໜຸ່ມລາວໃຫ້ຫັນມາສົນໃຈໃນຜະລິດຕະພັນລາວ ແລະ ພັດທະນາສິນຄ້າລາວໃຫ້ມີຄຸນນະພາບທີ່ສາມາດສົ່ງອອກ ສູ່ຕະຫຼາດສາກົນໄດ້.

- ເພື່ອຮັກສາພາຍໃຕ້ຫົວຂໍ້ໂຄງການ " ສົ່ງເສີມຜະລິດຕະພັນແຜ່ນແພໄຍກ້ວຍຈາກແມ່ຍິງພິການລາວ" ແລະ ໄດ້ຖືກເລືອກຈາກໂຄງການ Youth Innovation Challenge 2021 ຈາກທາງ UNDP Lao PDR.

AMITIÉ (ອາມິຕິເອ້) ມີຄວາມໝາຍຄື "ມິດຕະພາບ" ທີ່ມາຈາກພາສາຝຣັ່ງທີ່ສື່ໃຫ້ເຫັນເຖິງມິດຕະພາບລະຫວ່າງຄົນ ແລະ ສິ່ງແວດລ້ອມ. ສິນຄ້າຂອງແບຣນ AMITIÉ ໃນຕອນນີ້ແມ່ມີກະເປົາ Handmade, ເສື້ອຜ້າ, ເຄື່ອງປະດັບ ແລະ ອື່ນໆ, ທີ່ເຮັດດ້ວຍແພໄຍກ້ວຍເຊິ່ງມັນຈະມີຄວາມເງົາງາມຄ້າຍຄືໄໝມ້ອນ.

post-images

ຈຸດເດັ່ນຂອງແບຣນກໍຍັງມີການຕົບແຕ່ງສີສັນໂດຍໃຊ້ຜ້າ ຝ້າຍທີ່ຍ້ອມດ້ວຍສີທຳມະຊາດຈາກຫຼວງພະບາງ ແລະ ທີ່ສຳຄັນແມ່ນປັກແສ່ວໂດຍຄົນພິການ. ໃນອານາຄົດທາງແບຣນເອງກໍມີແຜນວ່າຈະເຮັດເກີບຈາກແຜ່ນແພໄຍກ້ວຍອີກດ້ວຍ.

post-images

ໃນຂະບວນການຜະລິດແບຣນ AMITIÉ (ອາມິຕິເອ້) ກ່ອນຈະໄດ້ສິນຄ້າ ຫຼື ຜະລິດຕະພັນໜຶ່ງເຊິ່ງມັນຕ້ອງໄດ້ຜ່ານຂະບວນການຢ່າງຫຼວງຫຼາຍ, ຕ້ອງໄດ້ໃຊ້ເວລາ, ໃຊ້ຄວາມອົດທົນ ແລະ ຄວາມປານີດຢ່າງສູງ. ເພາະສະນັ້ນ, ມັນຈຶ່ງເຮັດໃຫ້ກາຍເປັນຜະລິດຕະພັນທີ່ມີຄຸນຄ່າ ແລະ ມີເລື່ອງເລົ່າໃນໂຕມັນເອງ.

post-images

ຖ້າຫາກທ່ານໃດຢາກສະໜັບສະໜູນ ຫຼື ຢາກສົ່ງເສີມຜະລິດຕະພັນຂອງແບຣນດັ່ງກ່າວສາມາດໄປຢ້ຽມຊົມໄດ້ທີ່ທາດຫຼວງພາຊາຊັ້ນ2, ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ທີ່ມາ: AMITIÉ_Laoshttps://m.facebook.com/AMITI%C3%89_Laos-106358251830086/https://www.facebook.com/.../a.107280.../494871079056370/...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.