ເກີດເຫດໄຟໄໝ້ສະໜາມກຳຈັດຂີ້ເຫຍື້ອ ເມືອງໄຊທານີ, ເຮັດໃຫ້ປະຊາຊົນໃນບໍລິເວນດັ່ງກ່າວໄດ້ຮັບຜົນກະທົບຈາກມົນລະພິດທາງອາກາດໃນວົງກວ້າງ
ເກີດເຫດໄຟໄໝ້ສະໜາມກຳຈັດຂີ້ເຫຍື້ອ ເມືອງໄຊທານີ, ເຮັດໃຫ້ປະຊາຊົນໃນບໍລິເວນດັ່ງກ່າວໄດ້ຮັບຜົນກະທົບຈາກມົນລະພິດທາງອາກາດໃນວົງກວ້າງ
31 January, 2022
Share now
ໃນວັນທີ 29 ມັງກອນ 2022 ເວລາ 12 ໂມງ 20 ທີ່ຜ່ານມາ ເກີດເຫດໄຟໄໝ້ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ລາມເປັນວົງກວ້າງຢູ່ເມືອງໄຊທານີ, ເປັນເຫດໃຫ້ປະຈຸບັນນີ້ ປະຊາຊົນໃນຫຼາຍບ້ານຢູ່ຂອບເຂດເມືອງໄຊທານີ ຕ້ອງພົບກັບບັນຫາມົນລະພິດທາງອາກາດທີ່ປົກຄຸມໄປດ້ວຍໝອກຄວັນດໍາ ແລະ ບັນດາຄວັນພິດທີ່ເປັນອັນຕະລາຍຕໍ່ສຸຂະພາບ.

ໂດຍເຈົ້າໜ້າທີ່ໄດ້ມີການລະດົມກໍາລັງເພື່ອສະກັດກັ້ນໄຟໄໝ້, ເຊິ່ງເນື້ອທີ່ແມ່ນຖືກໄຟໄໝ້ລຸກລາມ 70% ຂອງຂຸມຂີ້ເຫຍື້ອທັງໝົດ 48,2 ເຮັກຕາ ແລະ ເນື້ອທີ່ທີ່ຖືກໄຟໄໝ້ແມ່ນ 33,74 ເຮັກຕາ, ສ່ວນສາເຫດໃນການເກີດໄຟໄໝ້ຄັ້ງນີ້ແມ່ນຍັງຢູ່ໃນຂັ້ນຕອນຂອງການກວດສອບ.

ຕໍ່ກັບບັນຫາດັ່ງກ່າວນີ້ ທ່ານມີຄວາມຄິດເຫັນແນວໃດເພື່ອປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ, ເພື່ອໃຫ້ການຈັດການສິ່ງເສດເຫຼືອໃນບ້ານເຮົາມີປະສິດທິພາບຫຼາຍຍິ່ງຂຶ້ນ. ແຫຼ່ງຂ່າວຈາກ: ວຽງຈັນທຸລະກິດ-ສັງຄົມ #Econews #EconewsLaos #WastePollution

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.