ອັນຕະລາຍ ແຜນທີ່ ສປປ ລາວ ສະແດງຈຸດຄວາມຮ້ອນຈາກການເຜົາໄໝ້ເຖິງ 10,167 ຈຸດ
ອັນຕະລາຍ ແຜນທີ່ ສປປ ລາວ ສະແດງຈຸດຄວາມຮ້ອນຈາກການເຜົາໄໝ້ເຖິງ 10,167 ຈຸດ
12 April, 2022
Share now
ຫຼາຍພື້ນທີ່ທົ່ວປະເທດລາວພວມປະເຊີນກັບມົນລະພິດທາງອາກາດຈາກການປົກຄຸມຂອງຝຸ່ນ PM 2.5 ແລະ ຄວັນພິດທີ່ອັນຕະລາຍເປັນຈໍານວນຫຼາຍ, ສາເຫດຫຼັກທີ່ພາໃຫ້ເກີດມີຝຸ່ນ PM 2.5 ໃນລາວສ່ວນໃຫຍ່ກໍແມ່ນມາຈາກຂົງເຂດກະສິກຳເຊັ່ນການຈູດໄຮ່, ນາ ເປັນວົງກວ້າງທົ່ວປະເທດ ລວມໄປເຖິງຄວັນຈາກໂຮງງານອຸສາຫະກໍາ, ຍານພາຫະນະ ແລະ ອື່ນໆ.

ໂດຍອີງຕາມການລາຍງານຂອງ GISTDA ໃນວັນທີ 8 ເມສາ 2022 ທີ່ຜ່ານມາ ປະເທດເຮົາເກີດມີຈຸດຄວາມຮ້ອນຈາກການເຜົາໄໝ້ ສູງເຖິງ 10,167 ຈຸດ ແລະ ໃນວັນທີ 9 ເມສາ 2022 ເຫັນວ່າຈຸດຄວາມຮ້ອນໃນທົ່ວປະເທດຫຼຸດລົງມາຢູ່ 2,612 ຈຸດ. ໃນນັ້ນຄ່າຝຸ່ນ PM 2.5 ໃນວັນທີ 10 ເມສາ 2022 ແມ່ນຢູ່ໃນລະຫວ່າງ 28,2 - 55,7 ໄມໂຄຣກຣາມຕໍ່ແມັດກ້ອນ ເຊິ່ງຢູ່ໃນລະດັບທີ່ຕ້ອງລະວັງຕາມຄ່າແນະນຳ 24 ຊົ່ວໂມງຂອງອົງການອະນາໄມໂລກ ແລະ ໃນນັ້ນ, ຄ່າສູງສຸດແມ່ນຢູ່ທີ່ນະຄອນຫຼວງວຽງຈັນ ເຊິ່ງຫຼາຍກວ່າ 5 ໄມໂຄຣກຣາມ ຕາມຄ່າແນະນໍາໄວ້ເຖິງສອງເທົ່າ. ການສຳຜັດກັບຝຸ່ນ PM 2.5 ເປັນຈຳນວນຫຼາຍໃນໄລຍະນີ້ ອາດມີຄວາມສ່ຽງທີ່ຝຸ່ນຈະຊຶມຜ່ານເຂົ້າປອດໄປໃນເສັ້ນເລືອດ ແລະ ປອດຂອງຄົນເຮົາເຮັດໃຫ້ເກີດການລະຄາຍເຄືອງຜິວ, ຕາ, ດັງ, ມີອາການໄອ, ຈາມ, ຫອບຫືດ; ພ້ອມກັນນັ້ນ, ກໍຍັງມີຄວາມສ່ຽງເກີດເປັນໂລກຫົວໃຈວາຍ, ຫົວໃຈເຕັ້ນຜິດປົກກະຕິ, ມະເຮັງປອດ ແລະ ອາດເຮັດໃຫ້ເສຍຊີວິດໄດ້ ໂດຍສະເພາະແມ່ນເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ທີ່ມີບັນຫາທາງລະບົບຫາຍໃຈ. ນອກຈາກນີ້ຝຸ່ນ PM 2.5 ຍັງສົ່ງຜົນກະທົບຕໍ່ລະບົບນິເວດ ເນື່ອງຈາກມັນເປັນອະນຸພາກທີ່ປະກອບໄປດ້ວຍສານເຄມີຫຼາຍຊະນິດ, ເມື່ອມັນປິວຕົກລົງໄປສະສົມທີ່ແຫຼ່ງນ້ຳເປັນຈຳນວນຫຼາຍຈະເຮັດໃຫ້ນ້ຳມີສະພາວະຄວາມເປັນກົດ ສົ່ງຜົນເຮັດໃຫ້ສິ່ງທີ່ມີຊີວິດໃນນ້ຳຕາຍ, ພ້ອມກັນນັ້ນຝຸ່ນ PM 2.5 ກໍຍັງເຮັດໃຫ້ພື້ນດິນຂາດສານອາຫານ, ທຳລາຍພື້ນທີ່ປ່າໄມ້ ແລະ ພືດກະສິກຳທີ່ອ່ອນແອລົງ ໂດຍສະເພາະຝຸ່ນຈະໄປບົດບັງແສງອາທິດໃນຂະບວນການສັງເຄາະແສງຂອງພືດ ເຮັດໃຫ້ການຜະລິດອົກຊີແຊນຊ້າລົງ. ພ້ອມທັງ ເຮັດໃຫ້ການຜະລິດພະລັງງານຈາກແສງອາທິດຫຼຸດລົງ 17-25% ເນື່ອງຈາກອະນຸພາກຂອງຝຸ່ນໄປເກາະຈັບຢູ່ທີ່ແຜງໂຊລາເຊລ ແລະ ບົດບັງຂະບວນການສົ່ງຜ່ານພະລັງງານແສງອາທິດໄປຫາແຜງໂຊລາເຊລ. ສະນັ້ນ, ໃນໄລຍະນີ້ ຄວນຫຼີກລ້ຽງການເຮັດກິດຈະກຳກາງແຈ້ງ, ຫຼີກລ້ຽງການເຄື່ອນໄຫວທີ່ເຮັດໃຫ້ຫາຍໃຈເຂົ້າອອກໄວ ເພື່ອປ້ອງກັນການສູດດົມເອົາຝຸ່ນຄວັນເຂົ້າຮ່າງກາຍ ດ້ວຍຄວາມປາຖະໜາດີຈາກທີມງານ ຂໍ້ມູນອ້າງອີງ: https://www.airnow.gov/.../extremely-high-levels-of-pm25/ https://pubs.acs.org/doi/10.1021/acs.estlett.7b00197 https://www.gistda.or.th/news_view.php?n_id=5794&lang=TH https://www.gistda.or.th/news_view.php?n_id=5793&lang=TH https://www.epa.gov/.../health-and-environmental-effects...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.