ຫຼຸດຜ່ອນການສ້າງມົນລະພິດໄດ້ແນວໃດແນ່ໃນລະດັບມະຫາພາກ?
ຫຼຸດຜ່ອນການສ້າງມົນລະພິດໄດ້ແນວໃດແນ່ໃນລະດັບມະຫາພາກ?
25 April, 2022
Share now
ຂັ້ນຕອນທີ່ຄວນປະຕິບັດເປັນປະຈໍາເພື່ອຊ່ວຍຫຼຸດຜ່ອນການສ້າງມົນລະພິດ: ທ່າມກາງສະພາບບັນຫາຂອງມົນລະພິດທາງອາກາດທີ່ນັບມື້ນັບເພີ່ມຂຶ້ນຢ່າງໜ້າເປັນຫ່ວງ ແລະ ມີທ່າອ່ຽງຈະຮ້າຍແຮງຂຶ້ນເລື້ອຍໆ , ແຕ່ກົງກັນຂ້າມການແກ້ໄຂບັນຫາດັ່ງກ່າວຍັງຄົງເປັນເລື່ອງທີ່ຖືກເມີນເສີຍຢ່າງຫນ້າເສົ້າໃຈ. ຫຼາຍຂົງເຂດຍັງສືບຕໍ່ປ່ອຍມົນລະພິດທາງອາກາດຢ່າງຕໍ່ເນື່ອງ, ຫາກບໍ່ຮີບດ່ວນຮ່ວມມືກັນປະຕິບັດ, ໄພອັນຕະລາຍນີ້ກໍຈະບໍ່ມີທາງຫຼຸດຜ່ອນລົງໄດ້. ແລ້ວມີວິທີໃດແດ່ທີ່ຈະຊ່ວຍຫຼຸດຜ່ອນການສ້າງມົນລະພິດທາງອາກາດໃນລະດັບມະຫາພາກໄດ້?

ໃນເວັບໄຊທ໌ solarimpulse.com ໄດ້ສະຫລຸບວິທີທີ່ຈະແກ້ໄຂບັນຫາໄດ້ດີທີ່ສຸດໄວ້ດັ່ງນີ້: 1. ປ່ຽນມາໃຊ້ພະລັງງານທົດແທນ ແລະ ຜະລິດພະລັງງານແບບສະອາດ, 2. ຮັກສາປະສິດທິພາບຂອງພະລັງງານ ແລະ ການນໍາໃຊ້3. ປ່ຽນມາໃຊ້ຍານພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຫຼາຍຂຶ້ນ4. ການສ້າງອາຄານສະຖາປັດຕະຍະກໍາສີຂຽວ(Green building)

ອາດຈະເບິ່ງຄືວ່າເປັນເລື່ອງໃຫຍ່ ແລະ ໄກໂຕເຮົາຈົນເກີນໄປ ແຕ່ຄວາມຈິງແລ້ວ ວິທີດັ່ງກ່າວສາມາດເລີ່ມຕົ້ນຈາກກິດຈະວັດປະຈໍາວັນຂອງເຮົາເຊັ່ນ:

1. ຊ່ວຍກັນປະຫຍັດໄຟຟ້າ ເຊັ່ນ: ເຄື່ອງໃຊ້ໃນເຮືອນ, ສໍານັກງານຫ້ອງການ ຫຼຶ ສະຖານທີ່ທາລະນະອື່ນໆ ທີ່ບໍ່ຈໍາເປັນ

2. ໃຊ້ຍານພາຫະນະສາທາລະນະ ຫຼື ຕິດລົດກັບເພື່ອນຮ່ວມເດີນທາງແທນການໃຊ້ລົດຄົນລະຄັນ

3. ກວດສອບຖັງນໍ້າມັນລົດ ຫຼື ກ໊າສໃນຄົວເຮືອນບໍ່ໃຫ້ຮົ່ວໄຫຼ

4. ໝັ່ນກວດສອບຍານພາຫະນະທຸກຊະນິດໃຫ້ຢູ່ໃນສະພາບດີສະເໝີ ກວດສອບຢາງລົດ ຫຼື ຖັງນໍ້າມັນເປັນຕົ້ນ

5. ໃຊ້ຜະລິດຕະພັນສີທາເຮືອນ, ຜະລິດຕະພັນເຮັດຄວາມສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

6. ບໍ່ຈູດເຜົາໃບໄມ້ແຫ້ງ ແລະ ຂີ້ເຫຍື້ອກາງແຈ້ງ. ແຍກປະເພດຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ມາເຮັດຝຸ່ນບົ່ມໃຫ້ເປັນປຸ໋ຍໃສ່ຕົ້ນໄມ້ແທນ.

​ພວກເຮົາເຊື່ອວ່າ ການປັບປ່ຽນເທື່ອລະຫນ້ອຍ ຂອງຫລາຍພັນລ້ານຄົນ ທີ່ຮ່ວມກັນປະຕິບັດຢ່າງສະຫມໍ່າສະເຫມີ ຈະສາມາດຄວາມປ່ຽນແປງທີ່ຍິ່ງໃຫຍ່ໄດ້.

1. ປ່ຽນມາໃຊ້ພະລັງງານທົດແທນ ແລະ ຜະລິດພະລັງງານແບບສະອາດ

 ວິທີພື້ນຖານທີ່ສຸດທີ່ຈະຊ່ວຍຫຼຸດຜ່ອນການສ້າງມົນລະພິດ ແມ່ນການຢຸດໃຊ້ພະລັງງານເຜົາຖ່ານຫີນ ແລ້ວຫັນມາໃຊ້ພະລັງງານສະອາດເຊັ່ນ ພະລັງງານແສງອາທິດ ຫຼື ພະລັງງານລົມ.

post-images

2. ຮັກສາປະສິດທິພາບຂອງພະລັງງານ ແລະ ການນໍາໃຊ້

ຫລຸດຜ່ອນກິດຈະກໍາທີ່ສ້າງມົນລະພິດ, ປະຢັດພະລັງງານ, ເລືອກໃຊ້ພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຊິ່ງເລີ່ມໂດຍການປັບປ່ຽນພຶດຕິກໍາໃນການດໍາລົງຊີວິດໃນແຕ່ລະມື້. ຫມັ່ນກວດສອບຄຸນະພາບຂອງເຄື່ອງໃຊ້ ແລະ ຍານພາຫະນະບໍ່ໃຫ້ຢູ່ໃນສະພາວະທີ່ສ້າງມົນລະພິດ.

post-images

3. ປ່ຽນມາໃຊ້ຍາມພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຫຼາຍຂຶ້ນ

ຫັນມາໃຊ້ລົດຍົນທີ່ໃຊ້ໄຟຟ້າ ຫຼື ພະລັງງານອາຍນໍ້າ. ນອກຈາກນັ້ນແລ້ວ ກໍຄວນສົ່ງເສີມການໃຊ້ພາຫະນະ ສາທາລະນະທີ່ໃຊ້ຮ່ວມກັນໄດ້, ເພື່ອຫຼຸດຜ່ອນຄວາມແອອັດເທິງຖະໜົນຫົນທາງ ແລະ ສ້າງມົນລະພິດຈາກຄວັນລົດ.

post-images

4. ການສ້າງອາຄານສະຖາປັດຕະຍະກໍາສີຂຽວ(Green building) 

ການປັບປ່ຽນ ຫຼືປຸກສ້າງອາຄານແບບໃໝ່ທີ່ຄໍານຶງເຖິງປັດໄຈອ້ອມຂ້າງ, ເລືອກໃຊ້ວັດສະດຸທີ່ເປັນມິດ, ສ້າງສະພາບແວດລ້ອມ ຫລື ມີລະບົບອາຄານທີ່ສາມາດປະຢັດພະລັງງານ,ການນໍາໃຊ້ຊັບພະຍາກອນພາຍໃນອາຄານຢ່າງມີປະສິດທິພາບ ແລະ ຫຼຸດຜ່ອນການປ່ອຍກາກບອນ.

post-images

ຂໍ້ມູນອ້າງອີງ: https://www3.epa.gov/region1/airquality/reducepollution.htmlhttps://solarimpulse.com/air-pollution-solutions

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.