ດູໄບອອກມາດຕະການປັບໄໝການນຳໃຊ້ຖົງຢາງປລາສຕິກສູງເຖິງ 545 ໂດລາສະຫະລັດ
ດູໄບອອກມາດຕະການປັບໄໝການນຳໃຊ້ຖົງຢາງປລາສຕິກສູງເຖິງ 545 ໂດລາສະຫະລັດ
16 February, 2024
Share now
ຖືເປັນອີກໜື່ງການເລີ່ມຕົ້ນຂອງປີ 2024 ທີ່ເປັນມິດກັບສິ່ງແວດລ້ອມ ເນື່ອງຈາກທາງປະເທດສະຫະລັດອາລັບເອມິເຣສ, ໂດຍສະເພາະແມ່ນເມືອງ ດູໄບ ໄດ້ມີການອອກມາດຕະການເກືອດຫ້າມການນຳໃຊ້ຖົງປລາສຕິກ. ສຳລັບບຸກຄົນໃດຫາກມີການຝ່າຝືນ, ທາງການຂອງດູໄບແມ່ນໄດ້ອອກມາດຕະການປັບໄໝເຊີ່ງຄິດໄລ່ ເປັນ 200 Dirham ຫຼຶ ປະມານ 55 USD ແລະ ຫາກມີການກະທຳຜິດຊໍ້າອີກພາຍໃນປີດຽວກັນ ບຸກຄົນນັ້ນໆຈະຖືກປັບໄໝເພີ່ມ 2 ເທົ່າ. ທັ້ງນີ້ທັ້ງນັ້ນ, ການປັບໄໝກໍມີຂອບເຂດທີ່ກຳນົດໄວ້ສູງສຸດບໍ່ໃຫ້ເກີນ 2000 Dirham ຫຼື ທຽບເທົ່າ 545 USD.

ການອອກມາດຕະການດັ່ງກ່າວນີ້ແມ່ນອີງຕາມມະຕິຂອງສະພາບໍລິຫານ ເລກທີ 124 ປີ 2023 ວ່າດ້ວຍການນຳໃຊ້ຜະລິດຕະພັນທີ່ໃຊ້ແລ້ວຖີ້ມແບບເທື່ອດຽວ (Single-use products) ໂດຍມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ເດືອນ ມັງກອນ 2024 ເປັນຕົ້ນໄປ ໂດຍແນໃສ່ເຖິງຜົນກະທົບຂອງບັນດາປລາສຕິກຕໍ່ກັບສະພາບແວດລ້ອມປັດຈຸບັນ. ທັງນີ້, ມາດຕະການເກືອດຫ້າມດັ່ງກ່າວຍັງຖືເປັນການສົ່ງເສີມໃຫ້ມີການຊົມໃຊ້ສິນຄ້າທີ່ຜະລິດຈາກ ວັດສະດຸທີ່ນຳກັບມາໃຊ້ຄືນໃໝ່ (Reuseable Products). ໃນເວລາດຽວກັນ, ກໍເປັນການປູກຈິດສຳນຶກໃຫ້ຜູ້ຄົນໄດ້ຫັນປ່ຽນແບບແຜນການໃຊ້ຊິວິດໃຫ້ມີຄວາມເປັນມິດກັບສິ່ງແວດລ້ອມຫຼາຍຂື້ນ (eco-friendly lifestyle) ເພື່ອເປັນການຫຼຸດຜ່ອນການສ້າງຂີ້ເຫຍື້ອ.

ໃນສ່ວນຂອງປລາສຕິກທີ່ຖືກເກືອດຫ້າມນັ້ນໄດ້ເນັ້ນໃສ່ປລາສຕິກປະເພດໃຊ້ເທື່ອດຽວແລ້ວຖີ້ມ ອັນໄດ້ແກ່ ບັນຈຸພັນຈາກການຂົນສົ່ງອາຫານ, ຖົງປລາສຕິກທີ່ມີຄວາມໜາ ແລະ ອື່ນໆ. ນັບຕັ້ງແຕ່ປີ 2025, ປລາສຕິກປະເພດບ່ວງຢາງຄົນກາເຟ, ທໍ່ດູດ, ກ່ອງໂຟມໃສ່ອາຫານ, ຈອກຢາງຈະຖືກຈັດເຂົ້າເປັນປລາສຕິກເກືອດຫ້າມເຊັ່ນດຽວກັນ. ພ້ອມນັ້ນ, ບັນດາຖ້ວຍບ່ວງທີ່ເປັນປລາສຕິກ,​ ຝາປິດ ແລະ ປລາສຕິກອື່ນໆກໍຈະຖືກເກືອດຫ້າມນັບຕັ້ງແຕ່ປີ 2026 ເປັນຕົ້ນໄປ. ແນວໃດກໍຕາມ, ກໍຍັງມີບາງປະເພດປລາສຕິກທີ່ໄດ້ຮັບການຍົກເວັ້ນເຊັ່ນ: ຖົງປລາສຕິກສຳລັບໃສ່ຂີ້ເຫຍື້ອ, ຟີມຫຸ້ມຫໍ່ອາຫານ, ແລະ ບັນຈຸພັນປລາສຕິກທີ່ໃຊ້ສຳລັບການສົ່ງອອກ.

#econewslaos #Sustainability #plasticfree

References:

https://www.packaging-gateway.com/news/dubai-plastic-bag-ban/

https://www.packaging-gateway.com/news/dubai-initiative-recycling-waste/

https://www.ditp.go.th/post/160372

https://www.sustainableplastics.com/news/ban-single-use-plastics-bags-comes-force-dubai?fbclid=IwZXh0bgNhZW0CMTAAAR0wBWZS5t5Ebw2rRE_f_PuT5FTXXRcqb7Mf2eSllHUXVl05hwwQdVe8i78_aem_AXPl4IczPfxdvw9Xj8FlTjjKjkX4h7f_MBIIPAZtJW9doyouv_k99fFjUsO5Tzbb3NfPehn55Rlt3lWg8rQVjCHb

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.