ເຫດການເມື່ອປີ 2011 ນີ້ຖືເປັນ “Great East Japan Earthquake” ຫຼື ເຫດການແຜ່ນດິນໄຫວຄັ້ງຍິ່ງໃຫຍ່ຂອງຍີ່ປຸ່ນ ເນື່ອງຈາກລະດັບຄວາມສັ່ນສະເທືອນນັ້ນໄຕ່ລະດັບສູງເຖິງ 9.0 ພ້ອມດຽວກັນນັ້ນກໍຍັງມີຄື້ນສຶນາມິທີ່ສູງເຖິງ 14 m ໄຫຼເຂົ້າໂຮງງານໄຟຟ້ານິວເຄຣຍຟຸກຸຊິມະໄດອິຈິ (Fukushima Daiichi Nuclear Power Plant) ໃນເມືອງໂອຄຸມະ ສົ່ງຜົນໃຫ້ເຕົາຜະລິດພະລັງງານນິວເຄຣຍນັ້ນເກີດມີຄວາມຮ້ອນສູງ ແລະ ສານເຄມີເກີດມີການຫຼອມລະລາຍ ແລະ ເກີດການລະເບີດໃນເວລາຕໍ່ມາ.
ບັນດາສານເຄມີທີ່ໄດ້ລະເບີດອອກມານັ້ນ ໄດ້ມີການຮົ່ວໄຫຼອອກສູ່ມະຫາສະໝຸດປາຊີຟິກ ແລະ ແຜ່ກະຈາຍເປັນບໍລິເວນກວ້າງ ເຊີ່ງສ້າງຄວາມເສຍຫາຍທາງດ້ານຊິວິດ, ຊັບສິນ ແລະ ສິ່ງແວດລ້ອມ. ຈາກເຫດການດັ່ງກ່າວ, ທາງການຂອງປະເທດຍີ່ປຸ່ນໄດ້ປະກາດເຂດພື້ນທີ່ອັນຕະລາຍຫຼາຍຈຸດ ແລະ ມີການຂະຫຍາຍເຂດພື້ນທີ່ອອກຕື່ມໃນຫຼາຍໆເຂດ ເຊີ່ງປະຊາຊົນຫຼາຍກວ່າ 500,000 ຊິວິດຕ້ອງໄດ້ອົບພະຍົບ ແລະ ປະຖີ້ມເຮືອນຊານຂອງຕົນ.
ພາຍຫຼັງໄພພິບັດແມ່ນບໍ່ມີລາຍງານຕົວເລກການເສຍຊິວິດໃນມື້ເກີດເຫດດັ່ງກ່າວ. ພົບພຽງແຕ່ຜູ້ໄດ້ຮັບບາດເຈັບ 16 ລາຍຈາກການລະເບີດຂອງນິວເຄຣຍ ແລະ ອີກກຸ່ມຄົນຈຳນວນໜື່ງໄດ້ຮັບຜົນກະທົບຈາກການສຳຜັດສານເຄມີ. ເຖິງແມ່ນວ່າເຫດການຈະໄດ້ຮັບແກ້ໄຂ, ແຕ່ປະຊາຊົນທີ່ອາໄສໃນເຂດດັ່ງກ່າວກໍບໍ່ສາມາດກັບໄປອາໄສໃນບໍລິເວນອ້ອມຮອບໄດ້ ແລະ ບາງຄອບຄົວກໍຈຳຕ້ອງອອກໄປອາໄສຢູ່ເມືອງໃໝ່ ເນື່ອງຈາກຜົນກະທົບຂອງສານເຄມີທີ່ລະເບີດມານັ້ນອາດຈະຍັງມີຫຼົງເຫຼືອ.
ການເວລາຜ່ານມາ 10 ກວ່າປີ, ທາງຍີ່ປຸ່ນເອງກໍໄດ້ມີການນຳໃຊ້ງົບປະມານມະຫາສານເພື່ອຟື້ນຟູສະພາບບ້ານເມືອງ ແລະ ບຳບັດບັນດາສານເຄມີທີ່ຕົກຄ້າງຈາກການລະເບີດ. ທາງການຂອງຍີ່ປຸ່ນເອງກໍໄດ້ມີແຜນການໃນການປ່ອຍນໍ້າທີ່ໄດ້ຮັບການບຳບັດສານເຄມີລົງສູ່ມະຫາສະໝຸດປາຊີຟິກ ເພື່ອຊ່ວຍເຈືອຈາງເຄມີດັ່ງກ່າວ. ແນວໃດກໍຕາມ, ການປ່ອຍນໍ້າທີ່ມີສານເຄມີເຈືອປົນນັ້ນຍ່ອມສົ່ງຜົນຕໍ່ສິ່ງແວດລ້ອມໃຕ້ທ້ອງທະເລ ແລະ ຍັງມີບັນດາຂໍ້ຖົກຖຽງ ແລະ ຄັດຄ້ານຈາກຫຼາຍໆພາກສ່ວນໃນການປ່ອຍນໍ້າເພື່ອບຳບັດ ເຊີ່ງບາງປະເທດເອງກໍໄດ້ມີການອອກມາດຕະການ ເກືອດຫ້າມການນຳເຂົ້າອາຫານທະເລຈາກຍີ່ປຸ່ນ.
#econewslaos