10 ຄວາມຈິງໜ້າຮູ້ກ່ຽວກັບເສືອໃນວັນເສືອໂລກ #WorldTigerDay
10 ຄວາມຈິງໜ້າຮູ້ກ່ຽວກັບເສືອໃນວັນເສືອໂລກ #WorldTigerDay
29 July, 2022
Share now
ວັນເສືອໂລກ (International Tiger Day) ວັນທີ 29 ກໍລະກົດ ຂອງທຸກໆປີແມ່ນມີຂຶ້ນເພື່ອໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສົນທິສັນຍາທີ່ມີຂຶ້ນລະຫວ່າງ 13 ຊາດ ເພື່ອຮັກສາສາຍພັນເສືອທີ່ມີຄວາມສ່ຽງຕໍ່ການຫຼຸດໜ້ອຍຖອຍລົງ ແລະ ສູນພັນ, ເຊິ່ງກໍແມ່ນ ຖະແຫຼງການ St. Petersburg Declaration ນັ້ນເອງ. ປະເທດລາວເຮົາກໍເປັນໜຶ່ງໃນປະເທດທີ່ຮ່ວມໃນສົນທິສັນຍາດັ່ງກ່າວ.
post-images

ພວກເຮົາຈະພາມາເບິ່ງ 10 ຄວາມຈິງໜ້າຮູ້ກ່ຽວກັບສັດທີ່ສວຍງາມນີ້:

  1. ເສືອແມ່ນສາຍພັນແມວປ່າທີ່ໃຫຍ່ທີ່ສຸດໃນໂລກ.

  2. ເສືອມັກນໍ້າ ແລະ ການລອຍນໍ້າຫຼາຍ.

  3. ລາຍເສືອແຕ່ລະໂຕແມ່ນມີຄວາມເປັນເອກະລັກສະເພາະ ແລະ ບໍ່ຄືກັນ.

  4. ສຽງຮ້ອງຂູ່ຂອງເສືອສາມາດເຮັດໃຫ້ເຫຍື່ອຢຸດການເຄື່ອນໄຫວໄດ້.

  5. ເສືອເປັນສັດທີ່ເກັ່ງເລື່ອງການລ່າເຫຍື່ອແບບຈອບໂຈມຕີທີ່ສຸດ.

  6. ເປັນນັກລ່າດ່ຽວ ແລະ ນັກລ່າກາງຄືນ.

    post-images
  7. ເສືອມີຕາປອມ! ເຊິ່ງກໍຄືຈຸດສີຂາວ 2 ຈຸດຢູ່ຫຼັງຫູ ເພື່ອຫຼອກຄູ່ຕໍ່ສູ້ ຫຼື ເຫຍື່ອທີ່ຢູ່ດ້ານຫຼັງວ່າ “ຂ້ອຍເບິ່ງຢູ່ເດີ!”

  8. ເສືອມີຄວາມເປັນແມ່ທີ່ດີ.

  9. ເສືອຈະຫຼັບຕາເວລາທີ່ເຂົາເຈົ້າຮູ້ສຶກສະບາຍ ແລະ ປອດໄພ.

  10. ເສືອເປັນສາຍພັນສັດປ່າທີ່ສໍາຄັນ (Keystone Species) ເຊິ່ງມັນຢູ່ເທິງຕ່ອງໂສ້ອາຫານ ແລະ ຄວບຄຸມຈຳນວນປະຊາກອນຂອງສາຍພັນທີ່ເປັນເຫຍື່ອ.

post-images

#econewslaos#WorldTigerDay#InternationalTigerDay#wildlife#wildlifeconservation#tigerconservation

References:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.