ເປັນຫຍັງຈື່ງປິດໄຟ 1 ຊົ່ວໂມງ ໃນມື້ Earth Day 22 ເມສາ?
ເປັນຫຍັງຈື່ງປິດໄຟ 1 ຊົ່ວໂມງ ໃນມື້ Earth Day 22 ເມສາ?
22 April, 2023
Share now
ວັນທີ 22 ເມສາ ຂອງທຸກໆປີ, ວັນຄຸ້ມຄອງໂລກ ຫຼື #EarthDay ແມ່ນການລະນຶກເຖິງວັນຄົບຮອບການເຄື່ອນໄຫວສິ່ງແວດລ້ອມຍຸກໃໝ່ ທີ່ເລີ່ມເກີດຂຶ້ນໃນປີ 1970

Earth Day ໄດ້ກາຍມາເປັນງານສະເຫຼີມສະຫຼອງໜຶ່ງຄັ້ງຕໍ່ປີເພື່ອເປັນການສັນລະເສີນຜົນສໍາເລັດຂອງການເຄື່ອນໄຫວທົ່ວໂລກຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ເປັນການປຸກລະດົມສັງຄົມໃຫ້ຕະໜັກເຖິງບັນຫາກ່ຽວກັບສິ່ງແວດລ້ອມໃນປະຈຸບັນ.

ທັງນີ້, ກິດຈະກຳ ທີ່ນິຍົມເຮັດໃນວັນ Earth Day ແມ່ນມີຫຼາຍແບບ ບໍ່ວ່າຈະເປັນການຊຸມນຸມປາໄສ, ການຮ່ວມໃຈກັນປິດໄຟເປັນເວລາ 1 ຊົ່ວໂມງ ຫຼື 60 ນາທີ, ປູກຕົ້ນໄມ້-ດອກໄມ້, ເກັບຂີ້ເຫຍື້ອ ເປັນຕົ້ນ. ແນວໃດກໍຕາມ ກິດຈະກຳທີ່ເປັນເອກະລັກ ເຫັນຈະເປັນການປິດໄຟເປັນເວລາ 1 ຊົ່ວໂມງ ຫຼື Earth Hour ເຊິ່ງກໍໄດ້ຮັບຄໍາຖາມຈາກສັງຄົມບາງສ່ວນວ່າເປັນຫຍັງຈຶ່ງຕ້ອງປິດໄຟ. ນີ້ແມ່ນບາງເຫດຜົນທີ່ເປັນຫຍັງການປິດໄຟ 1 ຊົ່ວໂມງ ຈະສາມາດຊ່ວຍໂລກໄດ້ທີ່ຮວບຮວມມາຈາກຫຼາຍພາກສ່ວນ: 1. ຄວາມຕັ້ງໃຈ intention: ອົງການ WWF ບອກວ່າ Earth Hour ແມ່ນເວລາທີ່ດີຫຼາຍທີ່ຈະສະທ້ອນເຖິງເປົ້າໝາຍການເຄື່ອນໄຫວດ້ານສິ່ງແວດລ້ອມຂອງທ່ານ. ເຮົາສາມາດໃຊ້ເວລາ 1 ຊົ່ວໂມງການຢູ່ກັບໂຕເອງ ແລະ ຄິດທົບທວນສິ່ງທີ່ທ່ານເຄີຍເຮັດຜ່ານມາໃນອະດີດ ແລະ ລວມທັງວິທີທີ່ທ່ານສາມາດເຮັດເພື່ອສິ່ງແວດລ້ອມໄດ້ໃນອະນາຄົດ, ເຊັ່ນ ເຕົ້າໂຮມກຸ່ມຄົນທີ່ມີຄວາມຫຼາກຫຼາຍ ແລະ ສ້າງພື້ນທີ່ເພື່ອແລກປ່ຽນຄວາມຄິດກັນ. ຄໍາຖາມທີ່ທ່ານສາມາດຖາມໂຕເອງໃນຊົ່ວໂມງ Earth Hour: - ຂ້ອຍໄດ້ເຮັດອັນໃດໃນປີທີ່ຜ່ານມາທີ່ເປັນການເຮັດຕາມຄຳໝັ້ນສັນຍາຂອງຂ້ອຍໃນການຕໍ່ສູ້ກັບວິກິດການສະພາບອາກາດ ແລະ ການປົກປ້ອງຊີວິດໃນໂລກ? - ສິ່ງໃດແດ່ທີ່ກະຕຸ້ນຂ້ອຍ ແລະ ຂ້ອຍສາມາດເຊື່ອມໂຍງຄວາມມັກຂອງຂ້ອຍກັບເຄື່ອນໄຫວນີ້ໄດ້ແນວໃດ? - ຂັ້ນຕອນທີ່ເຫັນໄດ້ຊັດເຈນໃດທີ່ຂ້ອຍສາມາດປະຕິບັດໃນເດືອນຕໍ່ໄປເພື່ອສະຫນັບສະຫນູນການເຄື່ອນໄຫວນີ້ມີຫຍັງແດ່? - ໃຜຄິດທີ່ແຕກຕ່າງຈາກຂ້ອຍແດ່ ແລະ ຂ້ອຍສາມາດເຮັດແນວໃດແດ່ເພື່ອໃຫ້ເຂົ້າໃຈພວກເຂົາດີຂຶ້ນ ແລະ ພວກເຂົາຈະສາມາດເຊື່ອມຕໍ່ກັບການສະຫນັບສະຫນູນການປົກປັກຮັກສາສະພາບອາກາດ ແລະ ການປົກປ້ອງໂລກຂອງເຮົາ? - ຊຸມຊົນຂອງຂ້ອຍສາມາດກ້າວໄປສູ່ການປ່ຽນແປງອັນໃຫຍ່ຫຼວງໃນສັງຄົມແນວໃດ? 2. ຮວມເອົາຄົນມາຢູ່ຮ່ວມກັນ: Earth Hour ເປັນການເຄື່ອນໄຫວທົ່ວໂລກ ແລະ ສ່ວນໃຫຍ່ເປັນການໂຮມຊຸມນຸມ. ງານດັ່ງກ່າວເປັນການຮວບຮວມຄົນທີ່ມີວິໄສທັດທີ່ຄ້າຍຄືກັນ ມີຢູ່ໃນບ່ອນດຽວກັນ ແລະ ຮ່ວມກັນປຸກລະດົມ ຫຼື raise awareness. 3. ເປັນການສົ່ງສານກ່ຽວກັບບັນຫາສິ່ງແວດລ້ອມທີ່ຍິ່ງໃຫຍ່: ແຕ່ລະປີ ບັນດາສະຖານທີ່ສຳຄັນຂອງໂລກ ຫຼື landmark ຕ່າງໆຈະຖືກປິດໄຟ ເຊິ່ງຫາເບິ່ງໄດ້ຍາກ ເຊັ່ນວ່າ London Eye, Sydney's Opera House, Big Ben, Great Pyramid of Giza, ແລະ Eiffel Tower. ແລະ ຖືໄດ້ວ່າເປັນການສົ່ງຂໍ້ຄວາມທີ່ສຳຄັນນີ້ໃຫ້ແກ່ຄົນທົ່ວໂລກ ແລະ ລວມທັງຜູ້ນຳໂລກ.

4. ປະຫຍັດພະລັງງານ: ຫຼາຍໆຄົນເຫັນວ່າການມອດໄຟ 1 ຊົ່ວໂມງ ເປັນການຊ່ວຍປະຢັດພະລັງງານ ແລະ ຄ່າໃຊ້ຈ່າຍບໍ່ຫຼາຍກໍໜ້ອຍ. ທ່ານເດ ຄິດວ່າແນວໃດ? #econewslaos #EarthDay2023 #EarthHour2023 #climatechange References: -https://www.worldwildlife.org/stories/how-does-turning-off-your-lights-for-earth-hour-help-protect-the-planet?fbclid=IwAR3AJvOpeYGl5DAV5D7hDmTvFg04pByGLA9XaqsOvXnMjgijh3d2tBs3QFw - https://nationaltoday.com/earth-hour/?fbclid=IwAR1g469mXl5b41b0FUUHqAq-u3V9IDJOP9PWKZPchp2-mHq1WFo3HqLW8zQ -https://www.conserve-energy-future.com/earth-hour-and-its-significance.php?fbclid=IwAR3oe3ycmEroAmvXqFOtYBQATuUpmY8jZoP721rbFuY0N7UMCkq4Ltt8h-0

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.