ຈອກກາເຟກິນໄດ້ຜະລິດຕະພັນຈາກຄົນລາວ
ຈອກກາເຟກິນໄດ້ຜະລິດຕະພັນຈາກຄົນລາວ
11 August, 2022
Share now
ຂີ້ເຫຍື້ອປລາສຕິກຈາກອຸດສາຫະກຳອາຫານ ແລະ ເຄື່ອງດື່ມແມ່ນເກີດຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ເຊິ່ງມັນເຮັດໃຫ້ພວກເຮົາເຂົ້າໃກ້ບັນຫາຂີ້ເຫຍື້ອລົ້ນໂລກນັບມື້ນັບຫຼາຍຂຶ້ນ. ຢ່າງໃດກໍຕາມ ໃນປະຈຸບັນ ກຸ່ມຄົນທີ່ມີແນວຄິດແກ້ໄຂບັນຫາດັ່ງກ່າວກໍໄດ້ມີການສ້າງຜະລິດຕະພັນຕ່າງໆທີ່ສາມາດເປັນທາງອອກທີ່ສ້າງສັນນັບມື້ນັບຫຼາຍ.

ທ່ານຮູ້ຫຼືບໍ່ ວ່າທ່ານສາມາດກິນຈອກກາເຟຂອງທ່ານໄດ້?

ຂີ້ເຫຍື້ອປລາສຕິກຈາກອຸດສາຫະກຳອາຫານ ແລະ ເຄື່ອງດື່ມແມ່ນເກີດຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ເຊິ່ງມັນເຮັດໃຫ້ພວກເຮົາເຂົ້າໃກ້ບັນຫາຂີ້ເຫຍື້ອລົ້ນໂລກນັບມື້ນັບຫຼາຍຂຶ້ນ. ຢ່າງໃດກໍຕາມ ໃນປະຈຸບັນ ກຸ່ມຄົນທີ່ມີແນວຄິດແກ້ໄຂບັນຫາດັ່ງກ່າວກໍໄດ້ມີການສ້າງຜະລິດຕະພັນຕ່າງໆທີ່ສາມາດເປັນທາງອອກທີ່ສ້າງສັນນັບມື້ນັບຫຼາຍ.

ໃນນັ້ນ, “ຈອກກິນໄດ້” ເປັນອີກໜຶ່ງຜະລິດຕະພັນທີ່ຜະລິດໂດຍຄົນລາວ ທີ່ຈະມາສ້າງຄວາມປ່ຽນແປງດ້ານການບໍລິໂພກກາເຟແບບເປັນມິດຕໍ່ສິ່ງແວດລ້ອມ. ຜະລິດຕະພັນດັ່ງກ່າວແມ່ນໄດ້ມີການຄົ້ນຄິດ ແລະ ຜະລິດໂດຍຝີມືຂອງໄວໜຸ່ມລາວ ທີ່ຊື່ວ່າ “ລັດດາວັນ ເເກ້ວດາລາ” ຫຼືວ່າ “ມາຣິນາ” ໄວໜຸ່ມລາວທີ່ມີອາຍຸພຽງ 18 ປີ, ເຊິ່ງແນວຄິດຜະລິດຕະພັນ “ຈອກກິນໄດ້” ນີ້ເອງກໍສາມາດຍາດໄດ້ລາງວັນຮອງອັນດັບ 2 ໃນໂຄງການ Toyota Incubation Programme ໃນປີ 2022 ນີ້.

ມາຣິນາ ໄດ້ມີການຄິດຄົ້ນຈອກກິນໄດ້ນີ້ໂດຍໄດ້ມີການໃຊ້ເຄື່ອງປຸງປະກອບແບບຄຸກກີ້ລົດຊາດຊັອກໂກແລັດ ເເລະ ຊາຂຽວ ທີ່ເປັນສ່ວນປະກອບຈາກພືດທັງໝົດ ຫຼື plant-based, ບໍ່ນຳໃຊ້ໄຂ່ ຫຼື ເນີຍ ເຮັດໃຫ້ທຸກຄົນສາມາດກິນໄດ້ ບໍ່ວ່າຈະເປັນຄົນທີ່ກິນເຈ (vegan) ຫຼື ເປັນພູມເເພ້. ຈອກດັ່ງກ່າວແມ່ນສາມາດຮັບເຄື່ອງດື່ມທີ່ມີຄວາມຮ້ອນໄດ້ເຖິງ 100c ເເລະ ຄວາມເຢັນໄດ້ເຖິງ -20c ເປັນໄລຍະເວລາບໍ່ຕໍ່າກວ່າ 1 ຊົ່ວໂມງ. ຈຸດດີຂອງການໃຊ້ຈອກກິນໄດ້ ກໍຄືທ່ານສາມາດດື່ມເຄື່ອງດື່ມທີ່ທ່ານມັກ ເເລ້ວຍັງສາມາດກິນຄຸກກີ້ພາຍຫຼັງ. ນອກຈາກອີ່ມທ້ອງເເລ້ວ ມັນກໍຍັງຊ່ວຍຫຼຸດຈຳນວນຂີ້ເຫຍື້ອທີ່ອາດຈະເຮັດມາຈາກວັດສະດຸທີ່ເປັນພິດເຊັ່ນ ປລາສຕິກ ໄດ້ອີກດ້ວຍ.

ທັງນີ້, ມາຣິນາ ກໍແມ່ນໄວໜຸ່ມຜູ້ໜຶ່ງທີ່ມັກ ແລະ ຫຼົງໄຫຼໃນການປະກອບທຸລະກິດເພື່ອສັງຄົມ ແລະ ທັງເປັນອາສາສະໝັກຂອງອົງກອນ Zero Waste Laos ທີ່ເຮັດວຽກດ້ານການປຸກລະດົມຈິດສໍານຶຶກດ້ານສິ່ງແວດລ້ອມທີ່ເຊິ່ງລາວເອງໄດ້ຮັບຄວາມຮູ້ ແລະ ແຮງບັນດານໃຈໃນເລື່ອງບັນຫາຂີ້ເຫຍື້ອ ແລະ ການຂາດທາງເລືອກດ້ານບັນຈຸພັນທີ່ເປັນມິດຕໍ່ສິ່ງແວດລ້ອມຂອງລາວ. ນອກຈາກນີ້, “ຈອກກິນໄດ້” ກໍຖືກໍາເນີດມາຈາກປະສົບການທີ່ ມາຣີນາ ໄດ້ໄປສຶກສາຢູ່ປະເທດຍີ່ປຸ່ນ ເຊິ່ງມື້ໜື່ງນ້ອງສາວຄົນຍີ່ປຸ່ນພາລາວເຮັດຂະໜົມຄຸກກີ້ສູດ plant-based ເຊີ່ງມັນເປັນຂະໜົມທີ່ເເຂງເເຕ່ເເຊບ. ມາຣິນາ ເລີຍກັບມາປັບສູດ ເເລະ ທົດລອງຢູ່ລາວ ຈົນກາຍເປັນ ຈອກຄຸກກີ້ທີ່ກິນໄດ້ໃນທີ່ສຸດ.

ປະຈຸບັນ, ມາຣິນາ ເອງກໍກຳລັງພັດທະນາສູດເພື່ອກ້າວຜ່ານຂໍ້ຈຳກັດຕ່າງໆ ແລະ ວາງເປົ້າອອກຈຳໜ່າຍໃນໄວໆນີ້ໃນບັນດາທ່ານຜູ້ອ່ານໄດ້ລອງໃຊ້ ແລະ ຮັບປະທານຈອກແຊບໆຄູ່ກັບກາເຟທີ່ທ່ານມັກ. ເປົ້າໝາຍໄລຍະຍາວຂອງ “ຈອກກິນໄດ້” ແນ່ນອນວ່າເພື່ອການຮັກສາສິ່ງແວດລ້ອມທີ່ດີ. ແຕ່ນອກຈາກນີ້, ລາວຍັງໄດ້ວາງເປົ້າໝາຍໃນການແບ່ງກໍາໄລເຂົ້າໃນໂຄງການພັດທະນາໄວໜຸ່ມໃນອະນາຄົດອີກດ້ວຍ.

ຕິດຕາມບົດສຳພາດເຕັມໄດ້ທາງ website ຂອງ Econews Laos.

#econewslaos#plasticfree

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.