ກົມສິ່ງແວດລ້ອມ, ກຊສ ເຜີຍແຜ່ຄູ່ມືແນະນຳກ່ຽວກັບ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອອັນຕະລາຍຈາກຊຸມຊົນ
ກົມສິ່ງແວດລ້ອມ, ກຊສ ເຜີຍແຜ່ຄູ່ມືແນະນຳກ່ຽວກັບ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອອັນຕະລາຍຈາກຊຸມຊົນ
20 January, 2022
Share now
ບັນຫາການຄັດແຍກຂີ້ເຫຍື້ອນັບວ່າເປັນສິ່ງທີ່ທ້າທາຍຫຼາຍ ເພາະຜູ້ບໍລິໂພກໂດຍສ່ວນໃຫຍ່ຍັງບໍ່ຮູ້ເຖິງຄວາມຈໍາເປັນໃນການຄັດແຍກປະເພດສິ່ງເສດເຫຼືອ ຫຼື ຮ້າຍແຮງກວ່ານັ້ນແມ່ນຍັງມີການຖິ້ມຂີ້ເຫຍື້ອຊະຊາຍ ແລະ ເຜົາທໍາລາຍ, ໂດຍສະເພາະແມ່ນບັນດາຂີ້ເຫຍື້ອອັນຕະລາຍເຊັ່ນ: ຖ່ານໄຟສາຍ, ກະປ໋ອງສະເປຣ, ສີທາ, ໂລຫະ, ຢາປົວພະຍາດ ແລະ ອື່ນໆ ທີ່ຍັງປະປົນກັບຂີ້ເຫຍື້ອທົ່ວໄປ ແລະ ຖິ້ມຊະຊາຍລົງສູ່ດິນ, ແຫຼ່ງນໍ້າ ແລະ ຈູດເຜົາ ເຮັດໃຫ້ເກີດຄວັນພິດສູ່ຊັ້ນບັນຍາກາດ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ ແລະ ລະບົບນິເວດ.

ເພື່ອເປັນການແກ້ໄຂບັນຫາດັ່ງກ່າວໃຫ້ມີການຄຸ້ມຄອງ ແລະ ກໍາຈັດຢ່າງຖືກວິທີ, ດັ່ງນັ້ນ ກົມສິ່ງແວດລ້ອມ/Department of Environment, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ MONRE ກຊສ ຈຶ່ງໄດ້ມີການສ້າງປຶ້ມຄູ່ມືແນະນໍາກ່ຽວກັບ ການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອອັນຕະລາຍຈາກຊຸມຊົນ ໃຫ້ບັນດາຂະແໜງການຕ່າງໆ ແລະ ປະຊາຊົນທົ່ວໄປ ໄດ້ເຂົ້າເຖິງຂໍ້ມູນດັ່ງກ່າວເພື່ອນໍາໄປຈັດຕັ້ງປະຕິບັດເພື່ອໃຫ້ບັນຫາຂີ້ເຫຍື້ອອັນຕະລາຍຈາກຊຸມຊົນຫຼຸດລົງ, ພ້ອມກັບມີການຄຸ້ມຄອງ ແລະ ການກໍາຈັດຢ່າງຖືກວິທີຕາມຫຼັກວິຊາການ.

ທ່ານສາມາດດາວໂຫຼດປຶ້ມຄູ່ມືໄດ້ແລ້ວທີ່:

http://monre.myqnapcloud.com:8080/share.cgi?ssid=0hyxFGF...

#Econews#EconewsLaos#WastePollution

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.