ການຈັດການຂີ້ເຫຍື້ອທີ່ທັນສະໄໝແບບປະເທດຍີ່ປຸ່ນ
ການຈັດການຂີ້ເຫຍື້ອທີ່ທັນສະໄໝແບບປະເທດຍີ່ປຸ່ນ
12 May, 2022
Share now
ຍີ່ປຸ່ນຖືເປັນປະເທດທີ່ຮັບມືກັບຂີ້ເຫຍື້ອທີ່ສ້າງຂື້ນໃນແຕ່ລະມື້ໄດ້ຢ່າງເປັນລະບົບ, ເພາະມີວິທີຈັດການດ້ວຍການແຍກຂີ້ເຫຍື້ອແຕ່ລະປະເພດຢ່າງຈິງຈັງ ແລະ ເຄັ່ງຄັດ, ການແຍກຂີ້ເຫຍື້ອຖືເປັນສິ່ງສຳຄັນ ເພາະຈະຊ່ວຍໃຫ້ກຳຈັດໄດ້ຢ່າງງ່າຍຂື້ນ ແລະ ຖືກຕ້ອງ, ທັງບໍ່ເປັນພາລະຂອງສັງຄົມ. ປະຈຸບັນປະເທດຍີ່ປຸ່ນຈຶ່ງໄດ້ກາຍເປັນປະເທດແບບຢ່າງດ້ານການຈັດການຂີ້ເຫຍື້ອ, ເຊິ່ງແຕ່ລະວິທີການຈັດການສິ່ງເສດເຫຼືອຂອງປະເທດເພິ່ນຈະປະກອບມີວິທີ ແລະ ຂັ້ນຕອນແບບໃດນັ້ນ, ທາງເຮົາໄດ້ຍົກຕົວຢ່າງທີ່ໜ້າສົນໃຈມາຝາກທ່ານໃນມື້ນີ້.

ການຮັບຂີ້ເຫຍື້ອແຕ່ລະຄັ້ງ ມີການກຳນົດມື້ວັນທີ່ຊັດເຈນ, ແຕ່ລະເຂດກໍຈະມີການຖິ້ມຂີ້ເຫຍື້ອທີ່ຕ່າງກັນໄປ. ເພື່ອການຈັດການທີ່ສະດວກພວກເຂົາໄດ້ແບ່ງຂີ້ເຫຍື້ອເປັນ 4 ປະເພດຫຼັກໆເຊັ່ນ:

1. ຂີ້ເຫຍື້ອເຜົາໄດ້ (Combustible) ​ໄດ້ແກ່ເຈ້ຍຊຳລະ, ເສດອາຫານ, ຖົງຢາງປາສຕິກ, ສິ່ງທີ່ຫຸ້ມຫໍ່ອາຫານ, ໃຍຜ້າ ແລະ ຂີ້ເຫຍື້ອທີ່ຄ້າຍກັນນີ້ ຈະຖືກຮັບໄປໂຮງງານ 2--3 ຄັ້ງຕໍ່ອາທິດ.

2. ຂີ້ເຫຍື້ອເຜົາບໍ່ໄດ້ (Incombustible ) ​ໄດ້ແກ່ເປັນປະເພດຂີ້ເຫຍື້ອທີ່ບໍ່ສາມາດເຜົາ ຫຼື ໝູນກັບມາໃຊ້ໄດ້ ເປັນອັນຕະລາຍຕໍ່ການເຜົາເຊັ່ນ: ເຄື່ອງໃຊ້ໄຟຟ້າ, ແກ້ວ, ເຄື່ອງໃຊ້ໃນເຮືອນຄົວ. ເຈົ້າໜ້າທີ່ຈະມາຮັບເອົາ 1 - 2 ຄັ້ງຕໍ່ອາທິດ.

3. ຂີ້ເຫຍື້ອສາມາດຜະລິດຄືນໃໝ່ໄດ້ (Recyclable) ​ໄດ້ແກ່ເຈ້ຍ, ຕຸກນໍ້າ, ກະປ໋ອງ, ແກ້ວນໍ້າ ແລະ ສິ່ງທີ່ສາມາດກັບມາໝູນໃຊ້ໄດ້ອື່ນໆຈະຖືກຮັບໄປໂຮງງານ 1 ຫຼື 2 ຄັ້ງຕໍ່ອາທິດ. ມີກົດທີ່ຕ້ອງແຍກຊິ້ນສ່ວນ ແລະ ລ້າງໃຫ້ສະອາດກ່ອນເຊັ່ນ: ຕຸກນ້ຳປາສຕິກຕ້ອງໄດ້ແຍກຝາ, ຕູກ, ສະຕິກເກີ້ອອກຈາກກັນ ແລະ ຖ້າເປື້ອນກໍຕ້ອງໄດ້ທຳຄວາມສະອາດກ່ອນ.

4. ຂີ້ເຫຍື້ອຂະໜາດໃຫຍ່ (Oversized) ​ໄດ້ແກ່ຂີ້ເຫຍື້ອທີ່ມີຂະໜາດຍາວກວ່າ 30 ຊັງຕີແມັດກ່ອນຖິ້ມຂີ້ເຫຍື້ອປະເພດນີ້ ຈະຕ້ອງຊື້ສະຕິກເກີ້ມາຕິດກ່ອນເຊັ່ນ: ໂຊຟາ, ໂທລະທັດ, ຕຽງນອນ ແລະ ສິ່ງທີ່ມີຂະໜາດໃຫຍ່ອື່ນໆ.

ການເຜົາຂີ້ເຫຍື້ອໃນປະເທດຍີ່ປຸ່ນຈະເປັນມິດຕໍ່ສິ່ງແວດລ້ອມແນວໃດ?ພວກເຂົານຳໃຊ້ເຕັກໂນໂລຊີເພື່ອຫຼຸດກ໊າສພິດໃຫ້ລົງມຕໍ່າທີ່ສຸດກ່ອນປ່ອຍຢູ່ຊັ້ນບັນຍາກາດ ແລະ ພວກເຂົານຳເອົາພະລັງງານຄວາມຮ້ອນດັ່ງກ່າວປ່ຽນເປັນພະລັງງານໄຟຟ້າອີກດ້ວຍ.

​ ຖັງຂີ້ເຫຍື້ອສາທາລະນະຢູ່ປະເທດຍີ່ປຸ່ນໜ້ອຍ ແຕ່ເປັນຫຍັງເມືອງຈຶ່ງສະອາດ?

- ດ້ວຍມາດຕະການທີ່ເຂັ້ມງວດ ແລະ ຄວາມເຂົ້າໃຈຂອງຄົນຍີ່ປຸ່ນຈຶ່ງເຮັດໃຫ້ການຖິ້ມຂີ້ເຫຍື້ອຊະຊາຍບໍ່ເກີດຂື້ນ ເຖິງແມ່ນວ່າສະຖານທີ່ສາທະລະນະຈະບໍ່ມີຖັງຂີ້ເຫຍື້ອ, ພວກເຂົາກໍຈະເກັບຂີ້ເຫຍື້ອໄວ້ເພື່ອກັບມາຖິ້ມຢູ່ບ້ານ. ການບໍ່ມີຖັງຂີ້ເຫຍື້ອຢູ່ສາທາລະນະຫຼາຍກໍເປັນຮູບແບບຂອງລັດຖະບານທີ່ໂນ້ມນາວໃຫ້ສ້າງຂີ້ເຫຍື້ອໜ້ອຍລົງ.

- ດ້ວຍການຈັດການທີ່ສ້າງຄວາມເປັນລະບຽບວິໄນໃຫ້ແກ່ສັງຄົມ ແລະ ການໝູນໃຊ້ເຕັກໂນໂລຊີຢ່າງເປັນລະບົບ. ດັ່ງນັ້ນ, ປະເທດຍີ່ປຸ່ນຈຶ່ງກາຍເປັນແບບຢ່າງໃຫ້ແກ່ຫຼາຍປະເທດໃນໂລກ ເພື່ອແກ້ໄຂບັນຫາຂີ້ເຫຍື້ອຢ່າງມີປະສິດທິພາບ ແລະ ປະຕິເສດບໍ່ໄດ້ວ່າ: "ຄວາມຮູ້ເປັນອາວຸດແກ້ໄຂບັນຫາສິ່ງແວດລ້ອມ" - Econews

- ການສຶກສາດ້ານສິ່ງແວດລ້ອມ ເປັນສິ່ງສຳຄັນສຳຄັນໂດຍສະເພາະໄລຍະວິກິດພາວະໂລກຮ້ອນ. ຖ້າໄດ້ຮັບການສຶກສາຕັ້ງແຕ່ຍັງນ້ອຍຍິ່ງເພີ່ມຄວາມຕື່ນຕົວກ່ຽວກັບບັນຫາສິ່ງແວດລ້ອມຫຼາຍຂື້ນ,ຜູ້ໃຫຍ່ເອງກໍຕ້ອງພະຍາຍາມເປັນແບບຢ່າງໃຫ້ພວກເຂົາ ແລະ ສ້າງມຸມມອງດ້ານການຈັດການຂີ້ເຫຍື້ອໃຫ້ເປັນຄວາມຮັບຜິດຊອບແບບສ່ວນລວມ.

ແຫຼ່ງທີ່ມາຈາກ: https://www.tsunagujapan.com/everything-you-need-to-know.../https://jw-webmagazine.com/garbage-disposal-and.../

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.