ECO-PANDA ການສົ່ງອາຫານຜ່ານລົດໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ
ECO-PANDA ການສົ່ງອາຫານຜ່ານລົດໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ
11 July, 2023
Share now
ໃນຍຸກປັດຈຸບັນ, ການຈັດສົ່ງແບບ Delivery ຖືວ່າເປັນອີກໜື່ງຊ່ອງທາງທີ່ອຳນວຍຄວາມສະດວກໃຫ້ການໃຊ້ຊິວິດມີຄວາມວ່ອງໄວ ແລະ ທັນສະໄໝຫຼາຍຂື້ນ. ເຊີ່ງເມື່ອບໍ່ດົນມານີ້, ທາງ Foodpanda Laos ໄດ້ມີການພັດທະນາການບໍລິການຈັດສົ່ງທີ່ໃຫ້ປະສົບການການຊົມໃຊ້ຂອງຜູ້ບໍລິໂພກແບບໃໝ່ ຄຽງຄູ່ໄປກັບການຮັກສາສິ່ງແວດລ້ອມ ໂດຍມີການເປີດຕົວລົດຈັກຂົນສົ່ງແບບໄຟຟ້າ (E-bike) ພາຍໃຕ້ໂຄງການ ECO-PANDA.
post-images

E-bike ແມ່ນລົດຈັກຂົນສົ່ງທີ່ນຳໃຊ້ໄຟຟ້າໃນການເຄື່ອນທີ່ ເຊີ່ງສາມາດປະຢັດຄ່າໃຊ້ຈ່າຍຫຼາຍກວ່າ ເມື່ອທຽບກັບການນຳໃຊ້ລົດຈັກທົ່ວໄປ. ໂດຍ E-bike ນັ້ນນອກຈາກຈະປະຢັດແລ້ວ ກໍຍັງມີຮັກສາສິ່ງແວດລ້ອມເຊັ່ນດຽວກັນ ເພາະລົດຈັກໄຟຟ້ານັ້ນຈະມີການປ່ອຍກາສກາກບອນນິກ ຫຼື Carbon Footprint ທີ່ໜ້ອຍກວ່າ. ພ້ອມດຽວກັນນັ້ນ, ການເປີດຕົວ E-bike ກໍຍັງມີແຮງບັນດາໃຈມາຈາກ ບັນຫາດ້ານເສດຖະກິດ ທີ່ໃນຊ່ວງປີກ່ອນໆ ສັງຄົມໄດ້ປະສົບກັບສະພາວະນໍ້າມັນຂາດແຄນ ປະກອບກັບ ທາງ Foodpanda Laos ໄດ້ເລັ່ງເຫັນເຖິງທ່າແຮງອັນສຳຄັນ ຂອງ ສປປ ລາວໃນດ້ານພະລັງງານໄຟຟ້າທີ່ສາມາດແຈກຈ່າຍ  ໃຫ້ແກ່ພາກສ່ວນການຊົມໃຊ້ ເຊີ່ງຖືເປັນບາດກ້າວອັນສຳຄັນ ໃນການສົ່ງເສີມເລື່ອງພະລັງງານສະອາດ ເພື່ອຫັນໄປສູ່ທຸລະກິດທີ່ມີຄວາມສີຂຽວຫຼາຍຂື້ນ. 

post-images

ອີງຕາມການໃຫ້ສຳພາດຂອງ ທ່ານ ນາງ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການບໍລິສັດ ເດລິເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ  ໄດ້ກ່າວເຖິງ ການເປີດຕົວຂອງລົດຈັກຂົນສົ່ງໄຟຟ້າ (E-bike) ວ່າກ່ອນທີ່ບໍລິສັດຈະມີການເປີດຕົວນັ້ນ ກໍໄດ້ມີການຄົ້ນຄວ້າ ແລະ ທົດລອງການນຳໃຊ້ E-bike ມາກ່ອນໂດຍໃຫ້ Rider ໄດ້ທົດລອງຂັບ ແລະ ເຫັນໄດ້ວ່າມີຜົນຕອບຮັບທີ່ດີ, ຕອບໂຈດ ແລະ ເໝາະສົມໂດຍ ພະລັງງານໃນການຂັບຂີ່ນັ້ນພຽງພໍໃນການຊົມໃຊ້ຕໍ່ 1 ມື້ ເຊີ່ງສາມາດປະຢັດໄດ້ເຖິງ 30-40 ສ່ວນຮ້ອຍ ເມື່ອທຽບກັບລົດນໍ້າມັນ. ຍິ່ງໄປກວ່ານັ້ນ, ທາງບໍລິສັດ ເອງກໍໄດ້ຕະໜັກ ແລະ ໃຫ້ຄວາມສຳຄັນເຖິງຄວາມຍືນຍົງຂອງໂຄງການ ໂດຍມີການຮ່ວມມືກັບໜ່ວຍງານທີ່ປະເມີນດ້ານສິ່ງແວດລ້ອມ ທັ້ງນີ້ກໍເພື່ອປະເມີນວ່າ ໂຄງການ ECO-PANDA ທີ່ນຳໃຊ້ລົດຈັກຂົນສົ່ງແບບໄຟຟ້າ (E-bike) ນີ້ສາມາດຫຼຸດຜ່ອນການຜະລິດກາສກາກໂບນິກໄດ້ຫຼາຍໜ້ອຍເທົ່າໃດ. 

post-images

ສຳລັບໂຄງການນີ້ຖືໄດ້ວ່າ Foodpanda Laos ເປັນຜູ້ລິເລີ່ມ ໃນການນຳໃຊ້ລົດຈັກຂົນສົ່ງໄຟຟ້າ ຫຼື E-bike ເພື່ອຮັບໃຊ້ໃນການຈັດສົ່ງອາຫານ ຫຼື ສິນຄ້າອັນຈຳເປັນອື່ນໆ ໂດຍໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ທີ່ໃນເບື້ອງຕົ້ນຈະເລີ່ມຈາກການຫັນປ່ຽນລົດຂອງ rider ຈາກລົດຈັກທີ່ໃຊ້ເຊື້ອໄຟເປັນຫຼັກ ສູ່ ການນຳໃຊ້ລົດຈັກໄຟຟ້າ ໂດຍໃນປັດຈຸບັນ ລົດຈັກຂົນສົ່ງໄຟຟ້າ E-bike ຂອງທາງບໍລິສັດແມ່ນມີ 30 ຄັນ ແລະ ມີແຜນທີ່ຈະຂະຫຍາຍຕື່ມໃນອະນາຄົດ. ທີ່ສຳຄັນ, ໂຄງການ ECO-PANDA ບໍ່ສະເພາະແຕ່ຊ່ວຍຫຼຸດຜ່ອນການປ່ອຍມົນລະພິດທາງອາກາດ, ແຕ່ຍັງເປັນການສ້າງອາຊີບ ແລະ ເປີດໂອກາດໃຫ້ຜູ້ທີ່ບໍ່ມີເງື່ອນໄຂຄື ບໍ່ມີພາຫະນະຂອງຕົນເອງ ສາມາດເຂົ້າມາສະໝັກ ແລະ ນຳໃຊ້ລົດຈັກໄຟຟ້າດັ່ງກ່າວໃນການເຮັດວຽກໄດ້ນຳອີກ. 

ທາງ Foodpanda ເອງມີຄວາມມຸ່ງໝັ້ນທີ່ຈະຜັກດັນໃຫ້ ການນຳໃຊ້ລົດຈັກຂົນສົ່ງໄຟຟ້າ (E-bike) ມີຄວາມຍືນຍົງໂດຍຄາດຫວັງໃຫ້ການນຳໃຊ້ ລົດຈັກໄຟຟ້າມີຄວາມຖີ່ຫຼາຍຂື້ນ. ຫຼາຍກວ່ານັ້ນ, ທາງບໍລິສັດເອງກໍໄດ້ໃຫ້ຄວາມສຳຄັນກັບວຽກງານຂອງທຸລະກິດສີຂຽວ. ສະນັ້ນ, ໃນອະນາຄົດຂ້າງໜ້າທາງບໍລິສັດຈະມີການພັດທະນາກ່ຽວກັບຫ້ອງການສີຂຽວ ຕະຫຼອດເຖິງ ການຮ່ວມມືກັບບັນດາຫ້າງຮ້ານໃນການຫຼຸດຜ່ອນປລາສຕິກທີ່ນໍາໃຊ້ແບບຄັ້ງດຽວ, ສົ່ງເສີມການຈັດສົ່ງຜ່ານລົດຈັກໄຟຟ້າ (E-bike)  ແລະ ພັດທະນາ Function ໃນແອັບທີ່ກ່ຽວຂ້ອງກັບ ECO-PANDA ເຊັ່ນ: ລູກຄ້າສາມາດປະຕິເສດການຮັບບ່ວງ-ຊ້ອມ ທີ່ເປັນປລາສຕິກທີ່ນໍາໃຊ້ແບບຄັ້ງດຽວໄດ້ ແລະ Function ອື່ນໆ ເພື່ອເປັນການກະຕຸ້ນໃຫ້ເກີດຜູ້ບໍລິໂພກສີຂຽວໃນຈຳນວນທີ່ເພີ່ມຂື້ນ.

ສຳລັບທ່ານໃດທີ່ມີຄວາມສົນໃຈໃນໂຄງການ ECO-PANDA ຂອງຟູດແພນດ້າ, ສາມາດສອບຖາມເງື່ອນໄຂ ແລະ ລາຍລະອຽດເພີ່ມເຕີມໄດ້ທີ່ ຫ້ອງການ Foodpanda rider hub ນະຄອນຫຼວງວຽງຈັນ.

#foodpandariderLA #ໄຣເດີ້ຟູດແພນດ້າ #Ecopanda

ພາບຂ່າວໂດຍ: Econews Laos ແລະ Foodpanda Laos

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.