ຈຸດເລີ່ມຕົ້ນການເປັນຊ່ຽວຊານດ້ານເຈຍ.ອາຈານສຶກສາຊີວະວິທະຍາໃນລະດັບປະລິນຍາຕີ ແລະ ສຸມໃສ່ຄວາມສົນໃຈດ້ານສັດປ່າເປັນພິເສດ. ຄວາມສົນໃຈເລື່ອງເຈຍແມ່ນເລີ່ມຕັ້ງແຕ່ການສຶກສາລະດັບປະລິນຍາໂທທີ່ອາຈານສຶກສາດ້ານອະນຸກົມວິທານ ຫຼື ຄວາມຫຼາຍຫຼາກ (taxonomy) ທີ່ໄດ້ເລີ່ມຮຽນຮູ້ການຈຳແນກສາຍພັນເຈຍ. ກໍເລີຍຄິດວ່າ ປະຈຸບັນປະເທດລາວເຮົາຍັງບໍ່ມີຊ່ຽວຊານເລື່ອງນີ້ແບບສະເພາະດ້ານແຕ່ລະສາຂາສັດປ່າ ໂດຍສະເພາະເຈຍ, ກໍເລີຍຕັດສິນໃຈຕໍ່ລະດັບປະລິນຍາເອກ ແລະ ເຮັດການຄົ້ນຄວ້າເລື່ອງສາຍພັນເຈຍເປັນຕົ້ນມາ.
ປະສົບການເຮັດບົດຄົ້ນຄວ້າເລື່ອງເຈຍທີ່ຜ່ານມາ. ປີ 2017 – 2018 ໄດ້ຮັບທຶນການສຶກສາກ່ຽວກັບການເຄື່ອນຍ້າຍຂອງເຈຍຈາກ National Geographic. ແຕ່ໃນການສຶກສາທີ່ໄດ້ຮັບທຶນປະຈຸບັນ, ສ່ວນໃຫຍ່ກໍຈະກ່ຽວກັບການສຶກສາພະຍາດໃນເຈຍ, ເຊັ່ນ ຮ່ວມກັນກັບກະຊວງສາທາລະນະສຸກ ແລະ ສະຖາບັນປາສເຕີ (Pasteur Institute), ກະຊວງກະສິກຳ ແລະ ປ່າໄມ້, Wildlife Conservation Society (WCS) ເປັນຕົ້ນ. ເຊິ່ງກໍສະແດງໃຫ້ເຫັນວ່າຄວາມສົນໃຈເລື່ອງພະຍາດໃນເຈຍມີມາກ່ອນການລະບາດຂອງ ໂຄວິດ-19 ແລ້ວ.
ການຄົ້ນຄວ້ານີ້ວ່າເກີດຂຶ້ນໄດ້ແນວໃດ? ຈາກການຮ່ວມມືຂອງພາກສ່ວນໃດແດ່?ເປັນໂຄງການຮ່ວມມືກັບສະຖາບັນປາສເຕີ ທີ່ເພິ່ນໄດ້ເຊີນມາໃຫ້ທາງເຮົາເຮັດວຽກນຳໂດຍການຈັບ ແລະ ຈໍາແນກສາຍພັນເຈຍ ເຊິ່ງທາງສະຖາບັນເພິ່ນເປັນຝ່າຍວິເຄາະຫາເຊື້ອຕ່າງໆ. ການຮ່ວມມືນີ້ແມ່ນເລີ່ມຕັ້ງແຕ່ປີ 2015 ເປັນຕົ້ນມາ ເຊິ່ງເພິ່ນໄດ້ຮັບທຶນໃນການສຶກສາເຊື້ອພະຍາດທີ່ອາດຈະເກີດຂຶ້ນໃໝ່ ແຕ່ຕອນນັ້ນບໍ່ໄດ້ສຸມໃສ່ ໂຄໂຣນາ ໄວຣັສ. ແຕ່ທີ່ຜ່ານມາກໍມີການຄົ້ນພົບໄວຣັສຕະກູນໂຄໂຣນາອື່ນໆທີ່ອາດຈະບໍ່ຮ້າຍແຮງ ແລະ ລວມໄປເຖິງພາຫະຕ່າງໆທີ່ອາດນຳພະຍາດເຫຼົ່ານັ້ນມາສູ່ຄົນໄດ້. ຢ່າງໃດກໍຕາມ, ຫຼັງຈາກນັ້ນໂຄງການກໍໄດ້ຢຸດຊະງັກລົງຈົນມາມີການລະບາດຂອງ ໂຄວິດ-19 ນີ້ ເພິ່ນກໍໄດ້ທຶນມາຈາກ ສະຖາບັນປາສເຕີປາຣີ ແລະ ກອງທຶນຂະໜາດນ້ອຍຂອງສະຖານທູດອັງກິດເພື່ອສຶກສາສະເພາະດ້ານນີ້ຕໍ່ໄດ້ ກໍຄືຄວາມຫຼາກຫຼາຍຂອງໂຄໂຣນາໄວຣັສ ແລະ ປັດໄຈດ້ານພາຫະການແພ່ເຊື້ອ.
ການຄົ້ນພົບທີ່ໂດດເດັ່ນໃນການສຶກສາຄັ້ງນີ້ມີຫຍັງແດ່?ຜົນການຄົ້ນຄວ້າປະຈຸບັນຂອງເຮົາແມ່ນຄົ້ນພົບວ່າມີເຈຍໃນລາວທີ່ມີໄວຣັສທີ່ຄ້າຍຄືກັບເຊື້ອ SARS-CoV-2 ເທົ່ານັ້ນ, ຍັງບໍ່ທັນກ້າວໄປເຖິງວ່າ ມັນສາມາດຕິດຕໍ່ໃສ່ມະນຸດໄດ້ຫຼືບໍ່ ແລະ ຕິດຕໍ່ທາງໃດ ຄືຫຼາຍໆຄົນອ່ານ ແລະ ມັກເຂົ້າໃຈຜິດ ຄິດວ່າການວິໄຈນີ້ສ້າງຄວາມແຕກຕື່ນ. ຈາກການຄົ້ນພົບກ່ຽວກັບການແພ່ເຊື້ອໄວຣັສຈາກສັດປ່າ, ມັນຍັງບໍ່ສາມາດແພ່ໄດ້ໂດຍກົງ ແຕ່ຕ້ອງມີໂຕພາຫະຕ່າງໆເຊັ່ນ ເຫັບ ເປັນຕົ້ນ.ການຄົ້ນພົບຄັ້ງນີ້ຫຼັກໆແມ່ນ ເຊື້ອໄວຣັສທີ່ເຫັນໃນເຈຍ 3 ຊະນິດໃນລາວ ເຊິ່ງມີຄວາມໃກ້ຄຽງກັບເຊື້ອ COVID-19 ໃນປະຈຸບັນຫຼາຍກວ່າ 95%. ແຕ່ຢ່າງໃດກໍດີ ສ່ວນໜຶ່ງຂອງ ໄວຣັສທີ່ເປັນຕົ້ນເຫດໃຫ້ມະນຸດມີອາການໄຂ້ ແລະ ບໍ່ສະບາຍແມ່ນບໍ່ໄດ້ກວດພົບໃນເຈຍພວກນີ້.
ການຄົ້ນພົບຄັ້ງນີ້ ມັນມີຄວາມສຳຄັນແນວໃດແດ່ຕໍ່ກັບມະນຸດ ຄວາມສຳຄັນແນວໃດແດ່ໃນການປົກປັກຮັກສາຊີວະນານາພັນ?ການຄົ້ນພົບຄັ້ງນີ້ກໍມີຄວາມສຳຄັນໃຫ້ມີການປ້ອງກັນການແພ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນມາໃໝ່. ໂດຍການຮັບຮູ້ວ່າມີເຊື້ອພະຍາດໃດແດ່ໃນທໍາມະຊາດ ແລະ ເຮົາຈະມີການປ້ອງກັນບໍ່ໃຫ້ແພ່ມາທີ່ມະນຸດແນວໃດ.ໃນເມື່ອກ່ອນກໍບໍ່ພຽງແຕ່ມີໂຄໂຣນາ. ທີ່ຜ່ານມາເຮົາອາດຈະເຄີຍໄດ້ຍິນເລື່ອງຂອງພະຍາດອີໂບລາ (Ebola virus) ຫຼື ນິປາ (Nipah virus) ທີ່ລ້ວນເກີດມາຈາກເຈຍ ແລະ ມີຜົນກະທົບຫຼວງຫຼາຍຕໍ່ຄົນ. ສະແດງວ່າການອຸບັດໃໝ່ຂອງເຊື້ອພະຍາດອາດເກີດຂຶ້ນມາໄດ້ສະເໝີ. ແຕ່ກ່ອນໂຄໂຣນາໄວຣັສກໍມີການຄົ້ນພົບເຫັນໃນເຈຍຢູ່ແລ້ວແຕ່ບໍ່ໄດ້ຮັບຄວາມສົນໃຈຈົນມັນເກີດມີການລະບາດຂຶ້ນມາ. ຫາກໃນເມື່ອກ່ອນເຮົາມີຄວາມສົນໃຈ ແລະ ທຶນຮອນໃນການສຶກສາພຽງພໍອາດຈະເປັນໄປໄດ້ວ່າມີການຢັບຢັ້ງທັນ.ຂໍ້ດີຕໍ່ກັບດ້ານສິ່ງແວດລ້ອມ ແມ່ນອາດຈະເຮັດໃຫ້ຄົນບໍລິໂພກສັດປ່າໜ້ອຍລົງ ແລະ ຊ່ວຍໃນການປົກປັກຮັກສາຊີວະນານາພັນຈາກການລ່າເພື່ອເປັນອາຫານຂອງມະນຸດ. ເນື່ອງຈາກການຮັບຮູ້ວ່າສັດປ່າແມ່ນມີເຊື້ອພະຍາດຕ່າງໆທີ່ສາມາດແພ່ລະບາດມາຍັງມະນຸດໄດ້.
ແມ່ນຫຍັງທີ່ຈະເປັນເຫດໃຫ້ມະນຸດມີຄວາມສ່ຽງໃນການຕິດເຊື້ອໄວຣັສຈາກສັດປ່າໃນອະນາຄົດ? ແລະ ເຮົາຈະປ້ອງກັນແນວໃດ?ຢ່າລືມວ່າສັດປ່າເປັນແຫຼ່ງເກັບເຊື້ອພະຍາດຕ່າງໆ ແລະ ເຂົາເຈົ້າຢູ່ນຳກັນມາແຕ່ດົນແລ້ວ, ເຊັ່ນຢູ່ໃນເຈຍຖືວ່າເປັນແຫຼ່ງເຊື້ອພະຍາດຂະໜາດໃຫຍ່ ແລະ ໃນສັດປ່າອື່ນໆກໍມີເຊັ່ນກັນ. ດັ່ງນັ້ນ, ເມື່ອມະນຸດມີການສຳພັດ ແລະ ການບໍລິໂພກຫຼາຍ, ໂອກາດທີ່ຈະມີເຊື້ອອຸບັດໃໝ່ແມ່ນຫຼາຍຂຶ້ນ. ເມື່ອພະຍາດມີການປ່ຽນຖ່າຍຜູ້ໃຫ້ອາໄສ, ມັນຈະມີການວິວັດທະນາການຂອງເຊື້ອໃໝ່ ແລະ ມະນຸດບໍ່ໄດ້ມີພູມຄຸ້ມກັນທີ່ສາມາດຕ້ານກັບເຊື້ອໄດ້ຄືກັນກັບສັດປ່າທີ່ເຂົາວິວັດທະນາການມາດົນນານແລ້ວ.